ກະຊວງສາທາລະນະສຸກສຸມໃສ່ທິດທາງ, ມາດຕະການ ແລະ ວິທີການແກ້ໄຂ ໜ້າວຽກບຸລິມະສິດ 5 ດ້ານໃນຕໍ່ໜ້າ
December 9, 2020 - 11:06 AM

ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊວນໃນວັນທີ 4 ທັນວາຜ່ານມາວ່າ: ໃນຕໍ່ໜ້າທາງກະຊວງສາທາລະນະສຸກຈະມີທິດທາງ, ມາດຕະການ ແລະ ວິທີການແກ້ໄຂ ໜ້າວຽກບຸລິມະສິດ 5 ດ້ານ ຄື:
-
ດ້ານພະນັກງານ:
- ສຶກສາອົບຮົມ ດ້ານແນວຄິດການເມືອງ ກ່ຽວກັບແນວທາງນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ, ຈັນຍາບັນແພດ ແລະ ຍົກລະດັບວິຊາສະເພາະ ໃຫ້ພະນັກງານລັດຖະກອນ.
- ສ້າງແຜນກຳນົດພະນັກງານ, ສ້າງພະນັກງານສືບທອດປ່ຽນແທນ
- ສືບຕໍ່ປັບປຸງການຈັດຕັ້ງ, ພາລະບົດບາດ, ກວດກາຄືນກໍານົດຕຳແໜ່ງງານ ແລະ ປະເມີນພະນັກງານ ທາງດ້ານຈຳນວນ, ຄຸນນະພາບ, ບັນຈຸຊັບຊ້ອນຈັດວາງພະນັກງານ ໃຫ້ແທດເໝາະ ແລະ ສອດຄ່ອງກັບຄວາມຕ້ອງການ
- ສືບຕໍ່ປະຕິບັດນະໂຍບາຍ ຊຸກຍູ້ຈູງໃຈ ແລະ ໃຫ້ນາມມະຍົດ ແພດແຫ່ງຊາດ, ແພດປະຊາຊົນ, ຕຳແໜ່ງວິຊາການ ແລະ ຊຸກຍູ້ ຜູ້ທີ່ເຮັດວຽກຢູ່ເຂດຫ່າງໄກສອກຫຼີກ.
- ສຸມໃສ່ສ້າງນັກວິຊາການແຕ່ລະດ້ານ ໂດຍສະເພາະຊ່ຽວຊານລົງເລິກຂະແໜງສະເພາະດ້ານ ຢູ່ພາຍໃນ ແລະຕ່າງປະເທດ ປັບປຸງລະບົບການຮຽນ ການສອນ ພາກທິດສະດີ ແລະ ພາກປະຕິບັດຕົວຈິງໃຫ້ມີຄຸນນະພາບ.
- ດ້ານການຄຸ້ມຄອງບໍລິຫານລັດ:
- ສືບຕໍ່ ຈັດຕັ້ງປະຕິບັດການຄຸ້ມຄອງບໍລິການສຸຂະພາບ ດ້ວຍລະບຽບກົດໝາຍ ແລະບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການບໍລິການປິ່ນປົວ. ພ້ອມກັນນັ້ນກໍສ້າງ ນິຕິກຳລຸ່ມກົດໝາຍ ເປັນຕົ້ນ: (1) ການຫັນໂຮງໝໍກຸ້ມຕົນເອງເທື່ອລະກ້າວ, (2) ການຄຸ້ມຄອງແຜນການ-ການເງິນຕາມສາຍຕັ້ງ, (3) ການ ນຳໃຊ້ອາຈານອະວຸໂສບຳນານເພື່ອສິດສອນ ແລະ ບໍລິການການແພດ, (4) ປັບປຸງລະບອບການເວນຍາມ…
- ສືບຕໍ່ແນະນຳ ການຈັດຕັ້ງປະຕິບັດ ການປະເມີນບັນດາຕົວຊີ້ວັດ 5 ດີ 1 ພໍໃຈ (ຮັບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິດີ, ປິ່ນປົວດີ ແລະຄົນເຈັບເພິ່ງພໍໃຈ) ແຕ່ສູນກາງລົງຮອດທ້ອງຖິ່ນຮາກຖານ.
- ປັບປຸງຄຸນນະພາບວຽກງານກວດກາພາຍໃນ ແລະ ຈັດຕັ້ງປະຕິບັດຜົນຂອງການກວດກາຢ່າງຖືກຕ້ອງ ທັນການ ແລະ ມີຄວາມໂປ່ງໃສ.
- ປັບປຸງລະບອບລະບຽບການຕ່າງໆ ຂອງສະຖານທີ່ບໍລິການປິ່ນປົວທັງລັດ ແລະເອກະຊົນ ເປັນຕົ້ນ ລະບອບການຄຸ້ມຄອງບໍລິຫານ, ລະບອບບໍລິການ ແລະ ລະບອບການເວນຍາມ.
- ດ້ານການໃຫ້ບໍລິການສຸຂະພາບ:
- ສືບຕໍ່ປັບປຸງສະຖານທີ່ບໍລິການໃຫ້ໄດ້ມາດຕະຖານ. ຂັ້ນສູນກາງຫັນເປັນທັນສະໄໝຮອບດ້ານ (ໂຮງໝໍມິດຕະພາບ ແລະ ມະໂຫສົດ), ຂັ້ນແຂວງສາມາດແກ້ໄຂຜ່າຕັດໃຫຍ່ສຸກເສີນທົ່ວໄປໄດ້, ຂັ້ນເມືອງສາມາດແກ້ໄຂຜ່າຕັດສຸກເສີນເກີດລູກ, ໂຮງໝໍນ້ອຍຊ່ວຍເກີດລູກປົກກະຕິ ແລະເຮັດວຽກຮັກສາສຸຂະພາບຂັ້ນຕົ້ນ.
- ປະຕິຮູບການບໍລິການປິ່ນປົວ ໂດຍຊຸກຍູ້ການປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ຄື: ຮັບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິດີ, ປິ່ນປົວດີ ແລະຄົນເຈັບເພິ່ງພໍໃຈ (ເນື້ອໃນ ແລະຕົວຊີ້ວັດ ມີເອກະສານຊ້ອນທ້າຍ).
- ປະກອບອຸປະກອນການແພດໃຫ້ໂຮງໝໍທີ່ຍັງບໍ່ໄດ້ມາດຕະຖານ (ໄດ້ມີຜົນຂອງການປະເມີນຄວາມພ້ອມຂອງການບໍລິການ), ຊຸກຍູ້ການຮ່ວມມືລະຫວ່າງລັດ ແລະເອກະຊົນ (PPP) ເຂົ້າໃນການປິ່ນປົວ.
- ດ້ານຂໍ້ມູນຂ່າວສານ:
- ນຳໃຊ້ລະບົບໄອທີ ເພື່ອຄຸ້ມຄອງໂຮງໝໍໂດຍສະເພາະລະບົບເອເລັກໂຕຼນິກເພື່ອກວດ, ບົ່ງມະຕິ, ປິ່ນປົວ ແລະຕິດຕາມຄົນເຈັບ.
- ເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປະຊາສຳພັນຂອງໂຮງໝໍ ເພື່ອໃຫ້ສັງຄົມຮູ້ເຖິງຄວາມສາມາດການບໍລິການປິ່ນປົວຢູ່ໂຮງໝໍຂັ້ນຕ່າງໆ.
- ສືບຕໍ່ການໂຄສະນາສຸຂະສຶກສາ ໃຫ້ລົງສູ່ປະຊາຊົນບັນດາເຜົ່າ ຕິດພັນກັບວຽກງານຮັກສາສຸຂະພາບຂັ້ນຕົ້ນ ສົ່ງເສີມໃຫ້ປະຊາຊົນຮູ້ຈັກຮັກສາສຸຂະພາບ ແລະ ກັນພະຍາດດ້ວຍຕົນເອງ
- ວິໄຈນຳໃຊ້ຂໍ້ມູນ ເຂົ້າໃນການຕີລາຄາ ປັບປຸງຄຸນນະພາບ ຂອງການບໍລິການປິ່ນປົວ ຢູ່ໂຮງໝໍ ແລະສຸກສາລາ ໃນແຕ່ລະໄລຍະ.
- ດ້ານການເງິນສາທາລະນະສຸກ:
- ສ້າງ ແລະປັບປຸງນິຕິກຳໃນການຄຸ້ມຄອງການເງິນສາທາລະນະສຸກ, ສ້າງກົດໝາຍວ່າດ້ວຍການປະກັນສຸຂະພາບ ແລະນິຕິກຳໃຕ້ກົດໝາຍ ເພື່ອເຮັດໃຫ້ການຄຸ້ມຄອງກອງທຶນເຂັ້ມແຂງ, ສ້າງກົນໄກໃນການຄຸ້ມຄອງການເງິນຕາມສາຍຕັ້ງຂະແໜງການ ແລະ ກົນໄກເພື່ອເຮັດໃຫ້ໂຮງໝໍສາມາດຄຸ້ມຄອງ ແລະກຸ້ມຕົນເອງ.
- ຮັກສາງົບປະມານ ໃນລະດັບ 9% ເພື່ອສາມາດສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ເຂົ້າເຖິງບໍລິການສຸຂະພາບ ທີ່ມີຄຸນນະພາບ ແລະເປັນທໍາ ຊ່ວຍຫຼຸດຜ່ອນການໃຊ້ຈ່າຍຂອງປະຊາຊົນດ້ວຍຕົນເອງ ດ້ວຍການຂະຫຍາຍກອງທຶນປະກັນສຸຂະພາບແຫ່ງຊາດ ສົມຄູ່ກັບການຂະຫຍາຍຕາໜ່າງການບໍລິການ ໃຫ້ທົ່ວເຖິງ ແລະມີຄຸນນະພາບ.
- ກຳນົດຄ່າບໍລິການ ແລະການໃຫ້ເງິນຈູງໃຈໃນໂຮງໝໍ, ນໍາໃຊ້ໄອທີ ແລະເຄື່ອງມືທີ່ທັນສະໄໝໃນການຄຸ້ມຄອງການເງິນ ແລະການປະກັນສຸຂະພາບ ເພື່ອຮັບປະກັນຄວາມໂປ່ງໃສ ແລະກວດສອບໄດ້ ໃນການຄຸ້ມຄອງຈົດຮັບ-ຈົດຈ່າຍ ເງິນລາຍຮັບວິຊາການ ເຮັດໃຫ້ສາມາດປະຕິບັດທົດລອງ 3 ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເຊດຖາທິລາດ) ກຸ້ມຕົນເອງເທື່ອລະກ້າວ.
- ສ້າງຂີດຄວາມສາມາດ ປະຕິບັດກົນໄກຄຸ້ມຄອງການເງິນ ຕາມສາຍຕັ້ງ ແລະລວມສູນຕາມແຜນງານ ເພື່ອສາມາດສ້າງແຜນ-ງົບປະມານ, ການຈັດສັນ ແລະຄຸ້ມຄອງຕິດຕາມກວດກາ ການນໍາໃຊ້ງົບປະມານ ໃຫ້ຖືກຕາມບູລິມະສິດ.