ສ້າງສື່ໃຫ້ເຂັ້ມແຂງ ແລະ ເປັນຊ່ອງທາງສະແດງຄວາມຄິດເຫັນ ທີ່ສ້າງສັນຂອງສັງຄົມ

ນີ້ແມ່ນປະໂຍກຫນຶ່ງໃນບົດລາຍງານການເມືອງທີ່ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຄັ້ງທີ V ໃນວັນທີ 10 ທັນວາຜ່ານມານີ້ວ່າ: ການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະ 5 ປີຜ່ານມາ ພວກເຮົາຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ເປັນເຈົ້າການສຸມໃສ່ແກ້ໄຂໃຫ້ຕົກໄປ ໂດຍສະເພາະການສ້າງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຍັງບໍ່ພຽງພໍໃນດ້ານຈໍານວນ ແລະ ຄຸນນະພາບ, ລະບຽບການຄຸ້ມຄອງ ກໍຄືມະຕິຄໍາສັ່ງທີ່ມີແລ້ວບໍ່ເຂັ້ມງວດ; ການຫັນໄປສູ່ການກຸ້ມຕົນເອງດ້ານລາຍຮັບວິຊາການບໍ່ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ພື້ນຖານໂຄ່ງລ່າງ, ວັດຖຸ-ເຕັກນິກຊຸດໂຊມຫລ້າຫລັງ ແລະ ບໍ່ທັນເປັນລະບົບຄົບຊຸດ, ການຫັນປ່ຽນຈາກລະບົບອານາລັອກໄປສູ່ດີຈີຕອນຍັງບໍ່ທັນສຳເລັດ; ເນື້ອໃນ ແລະ ຮູບການໂຄສະນາຍັງບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ.
ດັ່ງນັ້ນ ໃນຊຸມປີຕໍ່ໜ້າ ກະຊວງ ຖວທ ໄດ້ວາງຄາດໝາຍສູ້ຊົນເພື່ອກ້າວໄປຕາມທິດຂ່າວສານທັນສະໄໝ, ວ່ອງໄວທັນການ, ຮັບປະກັນການເປັນກະບອກສຽງທີ່ແຫລມຄົມຂອງພັກ, ເປັນເວທີແຫ່ງການສະແດງຄວາມຄິດເຫັນທີ່ສ້າງສັນຂອງສັງຄົມ; ສ້າງພື້ນຖານນິຕິກຳໃນການຄຸ້ມຄອງໃຫ້ເຂັ້ມງວດຕາມກົດໝາຍ, ສ້າງລະບົບສື່ທີ່ຢູ່ໃນການຄຸ້ມຄອງຂອງລັດໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດບົດບາດນຳສະເໜີ ບັນຫາສຳຄັນຕ່າງໆຂອງລັດໄດ້ເປັນລະບົບຕໍ່ເນື່ອງ, ວ່ອງໄວທັນການ, ຊັດເຈນ ໄປເຖິງທຸກເປົ້າໝາຍໃນສັງຄົມ; ສ້າງສື່ໃຫ້ກາຍເປັນຊ່ອງທາງແຫ່ງການສະແດງຄວາມຄິດເຫັນທີ່ສ້າງສັນຂອງສັງຄົມຕໍ່ການບໍລິຫານຕ່າງໆຂອງລັດ ເພື່ອເສີມຂະຫຍາຍບົດບາດຕັ້ງໜ້າຂອງສື່ມວນຊົນ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ.
ພັດທະນາສື່ມວນຊົນລາວກ້າວສູ່ຄຸນນະພາບຕາມລັກສະນະ ແລະ ຈັນຍາບັນວິຊາຊີບ, ເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ ທັງລວງເລິກ ແລະ ລວງກວ້າງ, ເປັນເຄື່ອງມືຮັບໃຊ້ການຄຸ້ມຄອງ ແລະ ກວດກາລັດຕາມກົດໝາຍ. ສະນັ້ນ ຕ້ອງໄດ້ເລັ່ງປັບປຸງພື້ນຖານໂຄງລ່າງ, ວັດຖຸເຕັກນິກທີ່ມີຢູ່ແລ້ວໃຫ້ສາມາດໃຊ້ການໄດ້ປົກກະຕິ ພ້ອມທັງຂະຫຍາຍເຄືອຂ່າຍໄປສູ່ລະບົບດີຈີຕອນໃຫ້ກວມທຸກພື້ນທີ່ໃນປະເທດ ແລະ ກວ້າງໄກເຊື່ອມຈອດສາກົນໃຫ້ເປັນຮູບປະທໍາຫລາຍຂຶ້ນ; ເປັນແຫລ່ງກະຈາຍຂໍ້ມູນຂ່າວສານທີ່ເຊື່ອຖືໄດ້, ວ່ອງໄວ, ຊັດເຈນ ແລະ ລົງເຖິງຮາກຖານໄດ້ທົ່ວເຖິງ, ພ້ອມທັງໃຫ້ສາລະຄວາມຮູ້ຢ່າງຮອບດ້ານ; ສ້າງຜະລິດຕະພັນສື່ມວນຊົນໃຫ້ມີຫລາຍຮູບຫລາຍແບບ, ເນື້ອໃນ ແລະ ຮູບການດຶງດູດຫລາຍຂຶ້ນ ແລະ ສ້າງຄວາມເຂົ້າໃຈຕໍ່ທຸກເຫດການສໍາຄັນທີ່ເກີດຂຶ້ນຢູ່ທັງພາຍໃນ ແລະ ຕ່າງປະເທດໃຫ້ທົ່ວສັງຄົມ; ສາມາດປະກອບສ່ວນເຂົ້າໃນການເຄື່ອນໄຫວການທູດປະຊາຊົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບດ້ານຂໍ້ມູນຂ່າວສານ; ສືບຕໍ່ສ້າງຄວາມເຂັ້ມແຂງຫັນໄປສູ່ກຸ້ມຕົນເອງດ້ານລາຍຮັບວິຊາການຕາມເງື່ອນໄຂຕົວຈິງ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ອົງການສື່ມວນຊົນປະຕິບັດໜ້າທີ່ການເມືອງໃຫ້ທ່ວງທັນ ແລະ ສອດຄ່ອງກັບກົນໄກເສດຖະກິດຕະຫລາດ.