ຂີ້ລັກ ແມ່ນອຸປະສັກແທ້ບໍ່?

ຍັງບໍ່ທັນເປີດນຳໃຊ້ ທັງເສັ້ນທາງລົດໄຟ ແລະ ທາງດ່ວນ ພັດດ່ວນມາພໍ້ບັນຫາ ການລັກ, ຈາກນ໋ອດ ຈົນໄປຮອດ ສາຍໄຟ ອັນໄດ້ເປັນປະກົດການຫຍໍ້ທໍ້ຂອງພວກເຮົາ.
ໃນທ່າມກາງ ທີ່ກຳລັງໂຫຍຫາ ຫານພັດທະນາ ພື້ນຖານໂຄ່ງລ່າງທີ່ຈຳເປັນ ຕໍ່ການພັດທະນາເສດຖະກິດ ຂອງປະເທດນັ້ນ ກໍໄດ້ມີຫຼາຍປະກົດການ ທີ່ເກີດຄວາມຫຍໍ້ທໍ້ໃນສັງຄົມ ທີ່ອາດເປັນອຸປະສັກ ອັນໜຶ່ງໃນການ ພັດທະນາ ເພາະສະນັ້ນ ພວກເຮົາຄວນເບິ່ງບັນຫານີ້ ແລະ ມີວິມີແກ້ແນວໃດ.
ໃນແງ່ມູນໜຶ່ງ ທີ່ຜູ້ຂຽນຂໍແລກປ່ຽນນຳກໍຄືວ່າ ບ້ານເມືອງເຮົານັ້ນ ເມື່ອໃດທີ່ຈະຫັນເອົາປະເທດ ກ້າວສູ່ຄວາມທັນສະໄໝ ໂດຍການພັດທະນາ ພື້ນຖານໂຄງລ່າງໄປໄວ ກວ່າການພັດທະນາສັງຄົມນັ້ນ ອາດເຮັດໃຫ້ ເກີດປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ເລື່ອງ ຂີ້ລັກງັດແງະ.
ຫຼາຍເທື່ອທີ່ພວກເຮົາ ມັກເວົ້າວ່າ “ການພັດທະນາເສດຖະກິດ-ສັງຄົມ” ແຕ່ສ່ວນຫຼາຍອາດຈະເນັ້ນໃສ່ແຕ່ ເສດຖະກິດ, ຕົວເລກ ແລະ ສິ່ງປະຈັກຕາ ຈາກການກໍ່ສ້າງ ເຊັ່ນ ເສັ້ນທາງດ່ວນ, ທາງລົດໄຟ ແລະ ອື່ນໆ ແຕ່ຄວາມຈິງແລ້ວ ການພັດທະນາສັງຄົມ ນັ້ນຍັງຊ້າກວ່າຫຼາຍ ເພາະວ່າ ການພັດທະນາສັງຄົມ, ການພັດທະນາຄົນ ແມ່ນຕ້ອງໃຊ້ເວລາ ແລະ ການລົງທຶນມະຫາສານເຊັ່ນກັນ.
ເມື່ອບັນດາຜູ້ຄົນ ບໍ່ມີວຽກເຮັດງານທຳ, ບໍ່ມີລາຍໄດ້ ພຽງພໍ ເພື່ອລ້ຽງຕົນເອງ ແລະຄອບຄົວຈຶ່ງໄດ້ ຊອກຫາວິທີທາງໃດກໍໄດ້ ທີ່ໃຫ້ໄດ້ມາເຊິ່ງຊ່ວຍປະທັງຊີວິດ, ແລະພ້ອມນັ້ນ ກໍຍັງ ກ່ຽວຂ້ອງກັບ ປະກົດການ ຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍສະເພາະ ບັນຫາ ຢາເສບຕິດ ຂອງບັນດາ ໄວລຸ້ນ ແລະ ໄວອື່ນໆ ທີ່ແຜ່ລະບາດ ໃນສັງຄົມພວກເຮົາ ເປັນວົງກວ້າງ ອັນນີ້ ກໍອາດເປັນຕົ້ນປາຍສາເຫດໜຶ່ງ ທີ່ນຳມາເຊິ່ງປະກົດການຫຍໍ້ທໍ້.
ພວກເຮົາຫຼາຍຄົນອາດເບິ່ງວ່າ ການຂີ້ລັກ ເປັນເລື່ອງການປະພຶດສ່ວນບຸກຄົນ ທີ່ສັງຄົມ ບໍ່ສາມາດຍອມຮັບໄດ້ ແຕ່ຄວາມຈິງແລ້ວ ເລື່ອງບັນຫາລີ້ລັກງັດແງະນັ້ນ ກໍມີຕົ້ນປາຍສາເຫດຂອງມັນ ທີ່ບໍ່ສາມາດ ແກ້ໄດ້ ມື້ໜຶ່ງຍາມດຽວ. ພວກເຮົາ ກໍສາມາດ ສັງເກດເຫັນວ່າ ບັນດາສັງຄົມ ຂອງບັນດາປະເທດຈະເລີນນັ້ນ ການຂີ້ລັກງັດແງະ ແມ່ນມີໜ້ອຍທີ່ສຸດ.
ຢູ່ຍີ່ປຸ່ນ ມີການທົດສອບສັງຄົມຫຼາຍແນວກ່ຽວການຂີ້ລັກ ເຊັ່ນ ການເຮັດກະເປົ່າເງິນເຮ່ຍກາງທາງແລ້ວ ຈະມີໃຜບໍ່ ເກັບເອົາ? ປະກົດວ່າ 100% ບໍ່ມີໃຜ ໃຫ້ຄວາມສົນໃຈວ່າ ຈະຕ້ອງເກັບເອົາກະເປົ໋າເງິນນັ້ນເລີຍ. ຕອນຜູ້ຂຽນ ໄດ້ໄປ ທັດສະນະ ຢູ່ຍີ່ປຸ່ນກໍໄດ້ ຊັກຖາມເພິ່ນວ່າເປັນຫຍັງ ເຂົາເຈົ້າຈຶ່ງມີຈິດສຳນຶກທີ່ດີແທ້? ຄຳຕອບ ກໍຄື ເຂົາເຈົ້າ ມີການສຶກສາກັນມາແຕ່ນ້ອຍ ພ້ອມນັ້ນ ຄົມພາຍໃນປະເທດ ກໍໄດ້ຮັບການເບິ່ງແຍງເລື່ອງ ຊີວິດການເປັນຢູ່ ເທົ່າທຽມກັນຫຼາຍທີ່ສຸດ.
ແນ່ນອນ ພວກເຮົາບໍ່ອາດສົມທຽບກັບ ປະເທດທີ່ມີການສຶກສາທີ່ດີ ມີການນຳໃຊ້ລະບຽບທີ່ເຄັ່ງຄັດ ຄືກັນກັບ ຍີ່ປຸ່ນ ໃນເວລານີ້ ແຕ່ນັ້ນ ກໍເປັນບົດຮຽນໜຶ່ງ ທີ່ພວກເຮົາຄວນຄຳນຶງ ໃນເສັ້ນທາງການພັດທະນາ ຄວນຄຽງຄູ່ກັນລະຫວ່າງ ທີ່ເຮົາ ເອີ້ນວ່າ ເສຖະກິດ ແລະ ສັງຄົມ, ເມື່ອເສດຖະກິດຂະຫຍາຍຕົວແລ້ວ ປະຊາຊົນ ໄດ້ຮັບຜົນຜະໂຫຍດແທ້ບໍ່? ເຂົາເຈົ້າ ມີວຽກເຮັດງານທຳທີ່ດີ ມີລາຍໄດ້ບໍ່? ການບັງຄັບໃຊ້ລະບຽບກົດໝາຍ ຕໍ່ຜູ້ກະທຳຜິດນັ້ນ ເໝາະສົມ ແລະ ເຄັ່ງຄັດ ຫຼືຍັງ? ແລະ ຫຼາຍຄຳຖາມ ຫຼາຍ ບັນຫາ ທີ່ຈະເປັນໂຈດໃຫ້ ພວກເຮົາ ຕ້ອງແກ້.
ຄວາມຈິງແລ້ວ ລັດຖະບານເຮົາ ຮັບຮູ້ແລະເຫັນຄວາມສຳຄັນບັນຫາເຫຼົ່ານີ້ມາດົນ ແລະໄດ້ພະຍາມແກ້ໄຂເລື້ອຍມາ ໂດຍພະຍາຍາມເຮັດໃຫ້ ສັງຄົມ ມີຄວາມເທົ່າທຽມກັນ ຂອງປະຊາຊົນບັນດາເຜົ່າ, ສ້າງວຽກເຮັດງານທຳ, ກຳຈັດ ໄພຫຍໍ້ທໍ້ຂອງສັງຄົມຕ່າງໆ ແຕ່ນັ້ນ ອາດຍັງບໍ່ທັນພຽງພໍ ທີ່ຈະຕ້ອງອາໄສ ກຳລັງແຮງທົ່ວສັງຄົມຊ່ວຍກັນຕື່ມ.