ຮອນ ຢືນຢັນຊະນະ ປາກຽວ ແບບໃສສະອາດ
July 4, 2017 - 4:25 PM




ຮອນ ກ່າວວ່າ: “ມັນເປັນ ເລື່ອງທຳມະດາທີ່ຜູ້ຄົນຕ້ອງມີປະຕິກິລິຍາກັບສິ່ງທີ່ເກີດຂຶ້ນ ແລະ ຈະອອກມາບອກວ່າຂ້ອຍໂຊກດີທີ່ ຊະນະ ຫຼື ແນວໃດກໍຕາມ ແຕ່ ພວກທີ່ບໍ່ເຫັນດີນຳກໍຕ້ອງບອກ ວ່າຂ້ອຍບໍ່ແມ່ນຜູ້ຊະນະໃນຄັ້ງນີ້ ແຕ່ໃນຄວາມຈິງຂ້ອຍຄິດວ່າ ຂ້ອຍຄືຜູ້ຊະນະ ປະຊາຊົນຊາວ ວີນແລນ ກໍຄິດວ່າຂ້ອຍເປັນຜູ້ຊະ ນະ ລວມເຖິງຄົນທັງໂລກນຳອີກ ແຕ່ຄົນມັກຈະເອົາຄວາມເຫັນ ສ່ວນໂຕທີ່ບໍ່ເຫັນດີນຳກັບທ່ານຂຶ້ນມາເປັນປະເດັນ”.
ຂະນະດຽວກັນ ຮອນ ຢືນ ຢັນວ່າລາວພ້ອມຈະເປີດໂອກາດໃຫ້ ປາກຽວ ແກ້ມືທັນທີໃນຄັ້ງ ຕໍ່ໄປ ໂດຍກ່າວວ່າ:“ຂ້ອຍຍີນດີທີ່ ຈະໃຫ້ລາວແກ້ມື ມັນຄົງດີຖ້າ ຂ້ອຍໄດ້ຊົກກັບລາວບ່ອນນີ້ອີກ ຄັ້ງ ແມນນີ ປາກຽວ ຄືນັກສູ້ ທີ່ແທ້ຈິງ ລາວຄືຕຳນານແຫ່ງວົງ ການມວຍ ລາວອາດຈະມາໃນ ສະພາບບໍ່ເຕັມຮ້ອຍ ແຕ່ຖ້າລາວ ມາແບບເຕັມຮ້ອຍໃນຄັ້ງລາງຕາ ຂ້ອຍເອງກໍບໍ່ຮູ້ຄືກັນວ່າມັນຈະ ເກີດຫຍັງຂຶ້ນ”.