ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ - 1fab5139 ca56 4cb1 8d7e ef8878b5b278 - ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ
ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ - kitchen vibe - ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ

ໃນວັນທີ 04/12/2020 ທີ່ຫ້ອງການແຂວງສະຫວັນນະເຂດ ຕາງໜ້າບໍລິສັດ ສະຕາໂທລະຄົມ (UNITEL) ສາຂາແຂວງສະຫວັນນະເຂດ ໄດ້ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງສະຫວັນນະເຂດ ລວມມູນຄ່າ 500 ລ້ານກີບ ມອບໂດຍ ທ່ານ ຫງຽນ ເທ ຈູງ – ອໍານວຍການສາຂາ  ສາຂາບໍລິສັດສະຕາໂທລະຄົມ ແຂວງສະຫວັນນະເຂດ ແລະ ໃຫ້ກຽດຮັບໂດຍ ທ່ານ ສັນຕິພາບ ພົມວິຫານ- ເຈົ້າແຂວງສະຫວັນນະເຂດ.

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ - 1fab5139 ca56 4cb1 8d7e ef8878b5b278 1024x576 - ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ - Visit Laos Visit SALANA BOUTIQUE HOTEL - ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ

ໃນໄລຍະເດືອນກັນຍາ ແລະ ເດືອນຕຸລາປີ 2020 ແຂວງສະຫວັນນະເຂດໄດ້ ປະສົບກັບໄພທໍາມະຊາດຢ່າງໜັກຈາກພະຍຸໂນອູນ ( Noul ) ແລະ ພາຍຸ ລິນຟາ (LINFA) ມີຝົນຕົກໜັກ ເຊິ່ງເຮັດໃຫ້ເກີດນໍ້າຖ້ວມ ແລະ ສ້າງຄວາມເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ ຢູນີເທວໄດ້ສະໜັບສະໜູນ ເພື່ອຊ່ວຍເຫຼືອແກ່ປະຊາຊົນທີ່ຖືກຜົນກະທົບຈາກ ໄພນໍ້າຖ້ວມ ເພື່ອເປັນການແບ່ງເບົາຄວາມຫຍຸ້ງຍາກ ໂດຍສະເພາະປະຊາຊົນຢູ່ 8 ເມືອງຂອງແຂວງສະຫວັນນະເຂດທີ່ຖືກນໍ້າຖ້ວມ ແລະ ເສຍຫາຍ ໃນນັ້ນແຕ່ລະເມືອງມີ 150 ຄອບຄົວ ມີ 8 ເມືອງ ເທົ່າກັບ 1.200 ຄອບຄົວ ໄດ້ຮັບເງິນສະໜັບສະໜູນມູນຄ່າ  300.000 ກີບ/ຄອບຄົວ ລວມເປັນ 360 ລ້ານກີບ ແລະ ມີ 68 ຄອບຄົວ ໄດ້ຮັບເງິນສະໜັບສະໜູນມູນຄ່າ 2.059.000 ກີບ/ຄອບຄົວ ລວມເປັນ 140 ລ້ານກີບ ລວມຈຳນວນທັງໝົດທີ່ ຢູນີເທວ ໄດ້ສະໜັບສະໜູນໃນຄັ້ງນີ້ແມ່ນ 500 ລ້ານກີບ.

ນອກຈາກນີ້, Unitel ໄດ້ມອບໂທລະສັບ Unifone ຈຳນວນ 68 ໜ່ວຍ ໃຫ້ແກ່ຄົວເຮືອນທີ່ໄດ້ຮັບຄວາມເສຍຫາຍໜັກເປັນຈຳນວນ 68 ຄອບຄົວ. ລວມມູນຄ່າທັງ ໝົດ 10,2 ລ້ານກີບ.

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ - e91356e5 7943 4c2e b389 d677355f6683 1024x576 - ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ

ທ່ານ ສັນຕິພາບ ພົມວິຫານ – ເຈົ້າແຂວງສະຫວັນນະເຂດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບໍລິສັດສະຕາ ໂທລະຄົມ (Unitel)  ທີ່ມອບເງິນຊ່ວຍເຫຼືອແກ່ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ເຊິ່ງການຊ່ວຍເຫຼືອດັ່ງກ່າວຈະເປັນກຳລັງໃຈໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍ່ຄືຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ແລະ  ສາມາດຜ່ານພົ້ນຄວາມທຸກຍາກ ແລະ ກັບຄືນຢູ່ສະພາບປົກກະຕິໂດຍໄວ.

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ - 3 - ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງສະຫວັນນະເຂດ 500 ລ້ານກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!