ຈີນເປີດເຜີຍປື້ມປົກຂາວ ກ່ຽວກັບ ພະລັງງານ
December 22, 2020 - 11:53 AM


ສຳນັກຂ່າວ ຊິນຫົວ ເປີດເຜີຍເມື່ອວັນທີ 21 ທັນວານີ້ວ່າ ຈີນເປີດເຜີນເອກກະສານສະບັບໜຶ່ງທີ່ມີຊື່ວ່າ “ພະລັງງານຍຸກໃໝ່ຂອງຈີນ” ຊຶ່ງແມ່ນຫ້ອງການລັດຖະບານເປັນຜູ້ເປີດເຜີຍ, ໃນນັ້ນໄດ້ເປີດເຜີຍໃຫ້ເຫັນຮູບພາບທັງໝົດກ່ຽວກັບຜົນງານຂອງປະເທດຊາດໃນການພັດທະນາພະລັງງານ ພ້ອມດ້ວຍນະໂຍບາຍ ແລະ ວິທີການປັບປຸງບູລະນະພະລັງງານຕົ້ນຕໍຂອງປະເທດ.
ໃນປື້ມປົກຂາວດັ່ງກ່າວເນັ້ນວ່າ ຈີນໄດ້ມີຄວາມພະຍາຍາມປັບປຸງບູລະນະພະລັງງານໃນທຸກຂົງເຂດວຽກງານ, ສ້າງລະບົບຕອບສະໜອງພະລັງງານສະອາດໃຫ້ຫຼາກຫຼາຍຮູບແບບ, ດຳເນີນນະໂຍບາຍຍຸດທະສາດພະລັງງານທີ່ວ່າ: ເອົາການປ່ຽນແປງໃໝ່ ເປັນກຳລັງແຮງຊຸກຍູ້, ພ້ອມດຽວກັນນັ້ນກໍອອກແຮງປັບປຸງລະບົບພະລັງງານ ແລະ ເປີດກວ້າງການຮ່ວມມືກັບພະລັງງານສາກົນ.