ຍີ່ປຸ່ນ ສະໜອງທຶນຊ່ວຍເຫລືອລ້າຫລາຍກວ່າ 4 ແສນໂດລາ ໃຫ້ລາວ


ເມື່ອມໍ່ໆມານີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຊ່ວຍເຫລືອລ້າໃຫ້ແກ່ລາວເຮົາຫລາຍກວ່າ 4 ແສນໂດລາສະຫະລັດ ເພື່ອປັບປຸງສາທາລະນະສຸກໃນແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນຈຳນວນ 2 ໂຄງການ, ສ້າງຂົວ 2 ແຫ່ງ ຢູ່ແຂວງບໍ່ແກ້ວ ແລະ ແຂວງຈໍາປາສັກ, ພ້ອມໂຄງການດ້ານການສຶກສາຢູ່ແຂວງຈຳປາສັກຕື່ມອີກຫນຶ່ງໂຄງການ ໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ເຊິ່ງພິທີເຊັນສັນຍາມອບຮັບທຶນຊ່ວຍເຫລືອດັ່ງກ່າວໄດ້ມີຂຶ້ນໃນວັນທີ 18 ທັນວານີ້ ຢູ່ສະຖານທູດຍີ່ປຸ່ນ ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຕົວແທນຂອງອຳນາດການປົກຄອງຈາກເມືອງ ແລະ ແຂວງທີ່ໄດ້ຮັບໂຄງການຊ່ວຍເຫລືອນີ້.
ໜຶ່ງໃນໂຄງການແມ່ນການຈັດຫາອຸປະກອນການແພດ, ຕູ້ແຊ່ແຂງເລືອດ ແລະ ກ່ອງສຳລັບຂົນສົ່ງເລືອດຂອງອົງການກາແດງໃນນະຄອນຫລວງວຽງຈັນ ເພື່ອຮັກສາສະພາບເລືອດໃຫ້ຢູ່ໃນອຸນຫະພູມທີ່ເໝາະສົມໃນລະຫວ່າງການຂົນສົ່ງຈາກສູນເລືອດ ແລະ ແຂວງຕ່າງໆໃຫ້ມີຄວາມປອດໄພ. ພ້ອມຍັງມີໂຄງການກໍ່ສ້າງສູນສຸຂະພາບຢູ່ໂນນສະຫວັນ ແຂວງຫລວງພະບາງ ເພື່ອແນໃສ່ຍົກລະດັບຄຸນນະພາບການປິ່ນປົວ ແລະ ປັບປຸງສິ່ງອຳນວຍຄວາມສະດວກດ້ານການແພດອື່ນໆອີກ.
ສຳລັບໂຄງການກໍ່ສ້າງຂົວ 2 ແຫ່ງດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢູ່ບ້ານນາມີຖິ່ນ ແຂວງບໍ່ແກ້ວ ແລະ ບ້ານບົກ ແຂວງຈຳປາສັກ ຕາມລຳດັບ. ສ່ວນໂຄງການສຶກສາແມ່ນສ້າງອາຄານໃຫມ່ໃຫ້ໂຮງຮຽນມັດທະຍົມຕອນຕົ້ນດອນແດງ ແຂວງຈຳປາສັກ ເພື່ອປັບປຸງສິ່ງແວດລ້ອມການສຶກສາ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ.
ໃນກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 13 ຊຶ່ງໄດ້ຈັດຂຶ້ນໃນເດືອນກໍລະກົດຜ່ານມານີ້, ລັດຖະບານຍີ່ປຸ່ນ ໄດ້ເນັ້ນວ່າ: ຈະໃຫ້ຄວາມສຳຄັນໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນເປັນມູນຄ່າ 1 ຕື້ເຢັນ ພາຍໃນລະຫວ່າງທ້າຍເດືອນມີນາ 2021 ທີ່ຈະມາເຖິງ ໃນຮູບແບບຂອງແຜນລິເລີ່ມ KUNASONE (ຮາກຫຍ້າ) ເພື່ອສົ່ງເສີມການພັດທະນາທີ່ຍືນຍົງໃຫ້ແກ່ພາກພື້ນແມ່ນ້ຳຂອງ ແລະ ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ ຊຶ່ງລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫລືອລັດຖະບານລາວປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ.