ກິນນົມສົ້ມ ແກ້ອາການຖອກທ້ອງໄດ້ແທ້ບໍ່?


ເວົ້າກັນວ່າ ນົມສົ້ມ ຊ່ວຍເພີ່ມຈຸລິນຊີທີ່ດີຕໍ່ຮ່າງກາຍ, ປັບລະບົບຂັບຖ່າຍຂອງເຮົາໃຫ້ເຮັດວຽກດີຂຶ້ນໄດ້, ແຕ່ຄວາມຈິງແລ້ວ ຫາກເຮົາກຳລັງຖອກທ້ອງຢູ່ ຄວນດື່ມນົມສົ້ມແທ້ບໍ່ ?
ເປັນຫຍັງ ນົມສົ້ມ ຈຶ່ງດີຕໍ່ຮ່າງກາຍ ? ປະໂຫຍດຂອງນົມສົ້ມທີ່ວ່າກັນວ່າມີຈຸລິນຊີທີ່ມີຊີວິດ ເມື່ອດື່ມເຂົ້າໄປຈະຊ່ວຍເພີ່ມຈຸລິນຊີເຫລົ່ານັ້ນໃນລຳໄສ້ຈາກການສູນເສຍຜ່ານການຂັບຖ່າຍ, ຊ່ວຍປັບຄວາມດຸ່ນດ່ຽງຂອງລຳໄສ້ໃຫ້ເຮັດວຽກຢ່າງມີປະສິດທິພາບຫລາຍຂຶ້ນນັ້ໜ ຍັງຄົງເປັນຄວາມຄິດທີ່ຖືກຕ້ອງ. ດັ່ງນັ້ນ, ຍັງຄົງສະໜັບສະໜູນຄວາມຄິດທີ່ວ່າ ການດື່ມນົມສົ້ມເປັນປະຈຳ ຊ່ວຍຫລຸດບັນຫາອາການເຈັບທ້ອງ, ຖອກທ້ອງ, ຖ່າຍຍາກ ແລະ ຊ່ວຍໃຫ້ການຂັບຖ່າຍເປັນໄປໄດ້ຢ່າງປົກກະຕິໃນທຸກໆມື້.


ນົມສົ້ໝ ບໍ່ໄດ້ມີປະໂຫຍດທຸກກ່ອງ : ບໍ່ວ່າທ່ານຈະດື່ມນົມສົ້ມ ຫລື ກິນໂຢເກິດ ບໍ່ໄດ້ໝາຍຄວາມວ່າທ່ານກຳລັງເພີ່ມຈຸລິນຊີທີ່ດີຕໍ່ລຳໄສ້ໃຫ້ແກ່ຮ່າງກາຍທ່ານສະເໝີໄປ ເພາະຈຸລິນຊີທີ່ດີຕໍ່ຮ່າງກາຍເຫລົ່ານັ້ນບໍ່ໄດ້ຢູ່ໃນນົມສົ້ມທຸກກ່ອງ, ທຸກແບບ, ທຸກຍີ່ຫໍ້. ສ່ວນຫລາຍກຳມະວິທີການຜະລິດໄດ້ຜ່ານຄວາມຮ້ອນສູງ ເຮັດໃຫ້ເຊື້ອຈຸລິນຊີສ່ວນຫລາຍຕາຍໝົດ.
ວິທີສັງເກດງ່າຍໆຄື ການເບິ່ງສະຫລາກຜະລິດຕະພັນ ວ່າລະບຸໄວ້ຫລືບໍ່ວ່າມີຈຸລິນຊີທີ່ຍັງມີຊີວິດຢູ່ ຫາກລະບຸວ່າເປັນຜະລິດຕະພັນປະເພດ UHT ແມ່ນຜະລິດຕະພັນນົມທີ່ເກັບໄດ້ດົນກ່ວາປົກກະຕິ ມັກຜ່ານຄວາມຮ້ອນຈົນສູນເສຍຈຸລິນຊີທີ່ມີປະໂຫຍດຕໍ່ລຳໄສ້ໄປຮຽບຮ້ອຍແລ້ວ (ແຕ່ຄຸນຄ່າທາງສານອາຫານຈາກນົມຍັງຄົງຢູ່).
ດື່ມນົມສົ້ມແນວໃດເພື່ອຫລຸດອາການຖອກທ້ອງ ? ການດື່ມນົມສົ້ມເພື່ອຊ່ວຍໃຫ້ການເຮັດວຽກຂອງລຳໄສ້ດີຂຶ້ນ ຄວນເລືອກດື່ມຕາມອາການຖອກທ້ອງທີ່ເຮົາເປັນຢູ່.


- ຖອກທ້ອງກະທັນຫັນ : ອາການຖອກທ້ອງກະທັນຫັນມັກເກີດຈາກອາຫານການກິນທີ່ອາດມີເຊື້ອພະຍາດທີ່ເຮັດໃຫ້ຮ່າງກາຍພະຍາຍາມໄລ່ເຊື້ອພະຍາດນັ້ນອອກມາຜ່ານການຂັບຖ່າຍ ມັກມີອາການເຈັບທ້ອງ – ທ້ອງຮ້ອງ, ຖ່າຍເປັນນຳ້ຫລາຍເທື່ອ ຫາກຕິດເຊື້ອຈະມີໄຂ້ນຳ ມັກມີສາເຫດມາຈາກການກິນອາຫານທີ່ປົນເປື້ອນເຊື້ອພະຍາດ. ລະຫ່ວາງທີ່ມີອາການຖອກທ້ອງ ຫລື ໄລຍະພັກຟື້ນ ຄວນກິນອາຫານປະເພດອ່ອນໆ, ລົດຊາດຈືດໆ, ງົດອາຫານມັນ ເພື່ອໃຫ້ກະເພາະອາຫານຍ່ອຍອາຫານໄດ້ງ່າຍຂຶ້ນ, ງົດຜະລິດຕະພັນຈາກນົມທັງໝົດ, ອາຫານເຜັດ, ເຄັມ, ຫວານ ລວມໄປເຖິງສົ້ມຫລາຍນຳ ເພາະອາຫານສົ້ມເຮັດໃຫ້ເຈັບທ້ອງໄດ້ຄືກັນ. ດັ່ງນັ້ນ, ອາຫານລົດຊາດສົ້ໝ ເຊັ່ນ : ໝາກໄມ້ທີ່ມີລົດຊາດສົ້ມ, ນຳ້ໝາກໄມ້, ນຳ້ສົ້ມສາຍຊູ ລວມເຖິງນົມສົ້ມ ກໍຍັງຄວນງົດຢູ່ ຈົນກ່ວາອາການຈະເຊົາດີເປັນປົກກະຕິ (ອາດໃຊ້ເວລາ 1 – 2 ອາທິດ) ຈຶ່ງສາມາດກັບມາດື່ມນົມສົ້ມເພີ່ມຈຸລິນຊີໃຫ້ແກ່ລຳໄສ້ໄດ້.
- ຖອກທ້ອງຊຳ້ເຮື້ອ : ຫາກມີອາການຖອກທ້ອງຊຳ້ເຮື້ອ, ມີອາການຖ່າຍແຫລວແບບເປັນໆເຊົາໆ ດົນເປັນເດືອນ ຫລື ເປັນປີ ອາດມີສາເຫດຈາກລຳໄສ້ ຫລື ລະບົບທາງເດີນອາຫານປັ່ນປ່ວນ ຫລື ລຳໄສ້ມີຄວາມໄວຕໍ່ສິ່ງກະຕຸ້ນ ເຊິ່ງເປັນລັກສະນະສະເພາະຂອງໃຜບາງຄົນເທົ່ານັ້ນ ຫລື ທີ່ເຮົາເຄີຍໄດ້ຍິນກັນວ່າເປັນຄົນທາດອ່ອນ. ອາການບໍ່ຮຸນແຮງ, ມີອາການຖ່າຍແຫລວຫລັງຈາກກິນອາຫານທີ່ມີໂອກາດວ່າຈະບໍ່ດີຕໍ່ທ້ອງ ປະມາ 15 – 30 ນາທີ, ຖ່າຍແຫລວຢູ່ 2 – 3 ເທື່ອ, ບໍ່ໄດ້ຖ່າຍເກີນ 5 ເທື່ອ ຫລື ມີໄຂ້, ເຈັບທ້ອງແບບບິດໆ ຫລື ອາການອື່ນໆແຕ່ຢ່າງໃດ. ສ່ວນຫລາຍອາການຖອກທ້ອງຊຳ້ເຮື້ອມັກເລີ່ມເກີດຈາກອາຫານທີ່ກິນ ດັ່ງນັ້ນ ຫາກຮູ້ໂຕວ່າເປັນຄົນທາດອ່ອນ ຄວນຫລີກເວັ້ນອາຫານທີ່ເຮັດໃຫ້ເກີດອາການ ໂດຍສາມາດສັງເກດຈາກອາການຂອງຕົນເອງທີ່ເກີດຂຶ້ນຫລັງກິນອາຫານນັ້ນເຂົ້າໄປ ອາດແຕກຕ່າງໄປໃນແຕ່ລະຄົນ, ແຕ່ໂດຍສ່ວນຫລາຍອາດເປັນອາຫານເຜັດ, ສົ້ມ, ມັນ, ນຳ້ສົ້ມສາຍຊູ, ກະທິ, ເຫລົ້າ, ເບຍ, ນົມສົດ, ຊາ, ກາເຟ ເປັນຕົ້ນ ຫລື ເກີດຈາກຄວາມເຄັ່ງຄຽດ ເຊັ່ນ : ວິຕົກກັງວົນ, ຄິດຫລາຍ, ເສົ້າ, ຢ້ານ, ຕື່ນເຕັ້ນ, ໃຈຮ້າຍ ເປັນຕົ້ນ.
- ນອກຈາກນີ້ອາດເກີດຂຶ້ນກັບຜູ້ທີ່ກິນຢາປິ່ນປົວພະຍາດຫລາຍເກີນໄປ ເຮັດໃຫ້ເຊື້ອແບັກທີເຣຍດີໆໃນຮ່າງກາຍຫລຸດຫາຍໃຈໝົດ. ການຫລຸດຢາປິ່ນປົວລົງກໍອາດຊ່ວຍໄດ້ ແຕ່ຄວນປຶກສາແພດກ່ອນ ຫ້າມຢຸດຢາເອງ. ການດື່ມນົມສົ້ມຈະຊ່ວຍໃຫ້ການເຮັດວຽກຂອງລະບົບຂັບຖ່າຍ ແລະ ລຳໄສ້ດີຂຶ້ນ ໂດຍສາມາດດື່ມ 1 ກ່ອງນ້ອຍ ຫລື ໂຢເກິດ 1 ຈອກ ເປັນປະຈຳທຸກມື້ໄດ້ ແລະ ຄວນເລືອກສູດບໍ່ມີນຳ້ຕານ ເພື່ອຫລີກເວັ້ນການກິນນຳ້ຕານຫລາຍເກີນຄວາມຈຳເປັນໃນແຕ່ລະມື້.
- ລະບົບຂັບຖ່າຍດີ ຢ່າອາໄສແຕ່ນົມສົ້ມ : ການດື່ມນົມສົ້ມເປັນປະຈຳທຸກມື້ ຊ່ວຍໃຫ້ການຂັບຖ່າຍດີຂຶ້ນແທ້, ແຕ່ທາງອອກທີ່ດີສຸດແມ່ນການກິນອາຫານທີ່ມີກາກໄຍອາຫານຢ່າງເໝາະສົມ ອາຫານທີ່ຄວນກິນໄດ້ແກ່ : ຜັກສົດ, ໝາກໄມ້ສົດ, ພະຍາຍາມກິນໃຫ້ຄົບທຸກຄາບ ຈະຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ງ່າຍຂຶ້ນ ແລະ ບໍ່ມີບັນຫາຖອກທ້ອງ, ເຈັບທ້ອງ, ຖ່າຍແຫລວ, ຖ່າຍຍາກອີກຕໍ່ໄປ.