ອິນໂດເນເຊຍຈັບມື LG ຜະລິດແບັດເຕີຣີລົດຍົນໄຟຟ້າ


ລັດຖະບານອິນໂດເນເຊຍເຊັນລົງນາມຂໍ້ຕົກລົງ ມູນຄ່າ 9.800 ລ້ານໂດລາສະຫະລັດ ກັບບໍລິສັດ LG ຂອງ ສ.ເກົາຫລີ ໂຄງການຜະລິດແບັດເຕີຣີລົດຍົນໄຟຟ້າ ທີ່ຈະເຮັດໃຫ້ອິນໂດເນເຊຍກາຍເປັນສິນກາງ ເຕັກໂນໂລຊີເປັນມິດຕໍ່ສິ່ງແວດລ້ອມຂອງໂລກ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ບາລິວ ລາຮາດາເລຍ ປະທານຄະນະກຳມະການປະສານງານການລົງທຶນອິນໂດເນເຊຍ ກ່າວວ່າ: ຂໍ້ຕົກລົງທີ່ລົງນາມລະຫວ່າງລັດຖະບານອິນໂດເນເຊຍ ກັບບໍລິສັດ LG ຂອງ ສ.ເກົາຫລີ ເມື່ອກາງເດືອນທັນວາຜ່ານມາ ເປັນແຜນການລົງທຶນຜະລິດ ແລະ ຈັດຈຳໜ່າຍ ແບັດເຕີຣີລິທຽມ ເຊິ່ງຕ້ອງໃຊ້ແຮ່ນິກເກິລເປັນຫລັກ.
ທ່ານ ລາຮາດາເລຍ ກ່າວອີກວ່າ: ການພັດທະນາຂັ້ນຕົ້ນ ຈະເລີ່ມໃນເດືອນກຸມພາປີໜ້າ ລວມທັງແຜນການຂຸດໃນເກາະມາລູກູ ທາງພາກຕາເວັນອອກ “ບໍລິສັດ LG ມີຕະຫລາດ ແລະ ເຕັກໂນໂລຊີ, ຂະນະທີ່ອິນໂດເນເຊຍມີວັດຖຸດິບປະລິມານມະຫາສານ ເມື່ອປະສົມສອງສ່ວນເຂົ້າກັນ ເຊື່ອວ່າໂຄງການລົງທຶນນີ້ຈະເປັນໜຶ່ງໃນຜູ້ຫລິ້ນສຳຄັນຂອງໂລກ”.
ມີບໍລິສັດຕ່າງປະເທດອີກຫລາຍບໍລິສັດ ກຳລັງລົງທຶນສ້າງໂຮງງານຜະລິດແບັດເຕີຣີດ້ວຍແຮ່ນິກເກິລໃນອິນໂດເນເຊຍ ລວມທັງບໍລິສັດ ຊິງຊານ ໂຮນດິ້ງ ກຣຸບ ຂອງຈີນ ແລະ ມີລາຍງານວ່າ: ບໍລິສັດ ເທສລາ ຜູ້ຜະລິດລົດຍົນໄຟຟ້າຍັກໃຫຍ່ແຫ່ງອາເມລິກາ ຂອງມະຫາເສດຖີ ອີລອນ ມັສ ສະແດງຄວາມສົນໃຈຈະລົງທຶນສ້າງໂຮງງານ ຜະລິດແບັດເຕີຣີລົດຍົນໄຟຟ້າໃນອິນໂດເນເຊຍນຳອີກ.