ສາເຫດຂອງອາການກະດູກຜ່ອຍໃນຜູ້ເຖົ້າ
January 4, 2021 - 9:56 AM


ອາການກະດູກຫັກເກີດຈາກກະດູກຜ່ອຍ ແລະ ເກີດໄດ້ທຸກຊ່ວງອາຍຸ ໂດຍສະເພາະບໍລິເວນກະດູກກະໂພກຫັກໃນຜູ້ເຖົ້າ ເຊິ່ງຄຸນນະພາບກະດູກຈະຫລຸດໜ້ອຍລົງຕາມອາຍຸທີ່ຫລາຍຂຶ້ນ ແລະ ຫາກເກີດອຸປະຕິເຫດພຽງເລັກນ້ອຍອາດສົ່ງຜົນເຮັດໃຫ້ເກີດກະດູກຫັກໄປຍັງພາກສ່ວນຕ່າງໆຂອງຮ່າງກາຍ ຄວນກວດວັດແທກຄວາມໜາແໜ້ນຂອງມວນກະດູກທຸກປີ, ກິນອາຫານທີ່ມີທາດການຊຽມຫລາຍ.


- ສາເຫດຂອງພະຍາດກະດູກຜ່ອຍ : ພະຍາດກະດູກຫັກຈາກກະດູກຜ່ອຍເກີດໄດ້ທຸກຊ່ວງອາຍຸ, ເດັກມັກກະດູກຫັກຈາກການຫລິ້ນດື້, ຜູ້ໃຫຍ່ມັກເກີດຈາກອຸປະຕິເຫດ, ຜູ້ເຖົ້າມັກເກີດຈາກກະດູກຫັກຈາກກະດູກຜ່ອຍ ມວນກະດູກທີ່ບາງ ແມ່ນແຕ່ມື່ນພະລາດລົ້ມກໍຫັກໄດ້ງ່າຍ. ອາການກະດູກຫັກຈະເຫັນໄດ້ຈະແຈ້ງ ຈະບວມ, ປວດ, ບໍ່ສາມາດລົງນຳ້ໜັກ ຫລື ເຄື່ອນໄຫວບໍລິເວນທີ່ຫັກ ໂດຍສະເພາະກະດູກກະໂພກຫັກໄດ້ໃນຜູ້ເຖົ້າ.
- ກະດູກຫັກ ກະດູກຜ່ອຍໃນຜູ້ເຖົ້າ : ສາເຫດຫລັກຂອງກະດູກຫັກ ນອກຈາກອຸປະຕິເຫດຈາກການຈະລາຈອນແລ້ວ ຍັງມີອຸປະຕິເຫດຈາກການເຮັດວຽກ, ການຫລິ້ນກິລາ, ອີກກຸ່ມໜຶ່ງ ເຊິ່ງພົບຫລາຍຂຶ້ນເລື້ອຍໆ ແມ່ນກະດູກຫັກໃນຜູ້ເຖົ້າ ເຊິ່ງຄຸນນະພາບຂອງກະດູກຫລຸດໜ້ອຍລົງຫາກມີອຸປະຕິເຫດພຽງເລັກນ້ອຍ ສົ່ງຜົນໃຫ້ເກີດກະດູກຫັກ ມັກເຫັນຈະແຈ້ງ ບວມປວດ ແລະ ບໍ່ສາມາດລົງນຳ້ໜັກ ຫລື ເຄື່ອນໄຫວບໍລິເວນທີ່ຫັກນັ້ນໄດ້.
- ວິທີປິ່ນປົວກະດູກຜ່ອຍ : ຄົນປ່ວຍກະດູກກະໂພກຫັກຈະພິຈາລະນາຕາມຄວາມເໝາະສົມຂອງຄົນປ່ວຍ ແລະ ຕຳແໜ່ງການຫັກຂອງກະດູກກະໂພກ ໂດຍຈະມີ 2 ວິທີ ຄື :
- ການຜ່າຕັດໃສ່ຂໍ້ກະໂພກທຽມ.
- ການຜ່າຕັດເພື່ອຍຶດຈັບກະດູກໄວ້ພາຍໃນ ໂດຍການຜ່າຕັດໃສ່ໂລຫະພິເສດຍຶດກະດູກໄວ້ໃຫ້ເຂົ້າບ່ອນ ແລະ ເກີດການຕິດຂອງກະດູກຕາມທຳມະຊາດ.


ສຳລັບແນວທາງດູແລຄົນປ່ວຍສູງອາຍຸກະດູກກະໂພກຫັກບໍ່ໄດ້ຈົບພຽງແຕ່ການຜ່າຕັດ ຍັງຕ້ອງມີການປະເມີນ ແລະ ປິ່ນປົວອາການກະດູກຜ່ອຍຢ່າງຕໍ່ເນື່ອງ ເປັນຫົວໃຈສຳຄັນອີກສ່ວນໜຶ່ງ ຫລື ເປັນການປ້ອງກັນອາການຫລອດເລືອດດຳອັດຕັນ ແລະ ຍັງລວມເຖິງການດູແລສະພາບການເບິ່ງເຫັນ, ປະສາດຕາ ແລະ ການດູແລຫລັງການຜ່າຕັດໂດຍກາຍະພາບບຳບັດສະເພາະສຳລັບຜູ້ເຖົ້ານຳ ແນວທາງປ້ອງແມ່ນອອກກຳລັງກາຍເປັນປະຈຳ ຫລີກເວັ້ນພຶດຕິກຳທີ່ສ່ຽງຕໍ່ການເກີດອາການກະດູກຜ່ອຍ.
- ວິທີປ້ອງກັນກະດູກຜ່ອຍ :
- ຄວນກວດວັດແທກຄວາມໜາແໜ້ນຂອງມວນກະດູກທຸກປີ ເພື່ອປ້ອງກັນກະດູກເສື່ອມສະພາບ.
- ເສີມຄວາມແຂງແຮງໂດຍການອອກກຳລັງກາຍ.
- ກິນອາຫານທີ່ມີສ່ວນປະກອບຂອງທາດການຊຽມ ໄດ້ແກ່ : ນົມ, ຖົ່ວ, ປາ ຫລື ສັດນຳ້ຂະໜາດນ້ອຍ ແລະ ຜັກສີຂຽວເຂັ້ມ ເປັນຕົ້ນ.