ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ

ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ - 40632 1 - ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ
ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ - kitchen vibe - ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ

ໃນແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບຫລາຍພໍສົມຄວນ ເນື່ອງຈາກເຮົາຍັງບໍ່ມີການລາຍງານຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາໃດໆ. ໃນຜ່ານມາ ຍັງມີຫລາຍຫົວໜ່ວຍແຮງງານບໍ່ນຳເອົາຜູ້ອອກແຮງງານໄປກວດສຸຂະພາບປະຈຳປີ ແລະ ການປ້ອງກັນອຸປະຕິເຫດຕ່າງໆ ກໍຍັງຢູ່ໃນລະດັບທີ່ບໍ່ມີຄວາມປອດໄພ ຄືຜ່ານມາມີຜູ້ໄດ້ຮັບເຄາະຮ້າຍຈາກການອອກແຮງງານທັງໝົດ 170 ຄົນ, ໃນນັ້ນ ເສຍອົງຄະ 31 ຄົນ ແລະ ເສຍຊີວິດ 20 ຄົນ.

ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ - 102 300x200 - ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ

ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ - Visit Laos Visit SALANA BOUTIQUE HOTEL - ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ

ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນໃນກອງປະຊຸມຄະນະຊີ້ນຳໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານໃນຕ່ອງໂສ້ການຜະລິດຢູ່ປະເທດເຮົາ ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນວ່າ: ການມີຄວາມປອດໄພ ແລະ ມີສຸຂະພາບທີ່ດີຂອງຜູ້ອອກແຮງງານແມ່ນຄວາມຈຳເປັນທີ່ລັດຖະບານ ແລະ ຜູ້ໃຊ້ແຮງງານ ຫລື ຜູ້ລົງທຶນຕ້ອງໄດ້ຄຳນຶງເຖິງ, ຖ້າບໍ່ດັ່ງນັ້ນສະພາບອຸປະຕິເຫດແຮງງານ ແລະ ພະຍາດອາຊີບຍິ່ງຈະເພິ່ມທະວີ ແລະ ຈະສ້າງຄວາມເສຍຫາຍໃຫ້ແກ່ສັງຄົມບໍ່ໜ້ອຍ. ສະນັ້ນ, ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານແມ່ນກິດຈະກຳຮ່ວມລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃນການຮັບປະກັນດ້ານຄວາມປອດໄພໃນສະຖານທີ່ເຮັດວຽກ.

ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ - 101 300x200 - ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ

ທ່ານຮອງລັດຖະມົນຕີ ໃຫ້ຮູ້ອີກວ່າ: ໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານໃນຕ່ອງໂສ້ການຜະລິດ ເປັນໂຄງການທຳອິດຕໍ່ກັບວຽກງານຄວາມປອດໄພຂອງແຮງງານຂອງລາວທີ່ໄດ້ຮັບການສະໝັບສະໝູນຈາກໂຄງການກອງທຶນວິຊັນເຊໂລຟັ້ນ (Vision Zero Fund Project) ໂດຍມີຫລາຍພາກສ່ວນໃຫ້ການປະກອບເງິນເຂົ້າກອງທຶນດັ່ງກ່າວ ແລະ  ປັດຈຸບັນໄດ້ສະໜອງທຶນໃຫ້ແກ່ການປະຕິບັດໂຄງການຢູ່ 7 ປະເທດຄື: ມຽນມາ, ມາດາກາດສະກ້າ, ເອທີໂອເປຍ, ສປປ ລາວ, ຕູນີເຊຍ, ໂຄລົມເບຍ ແລະ ແມັກຊິໂກ ເຊິ່ງເປັນທຶນສະໜັບສະໝູນກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານໃນຕ່ອງໂສ້ການຜະລິດ ໂດຍຈະລົງເລິກໃນສອງຂະແໜງການບູລິມະສິດເຊັ່ນ: ຂະແໜງອຸດສາຫະກໍາຕັດຫຍິບ ແລະ ຂະແໜງກາເຟ ເຊິ່ງເປັນຂະແໜງທີ່ມີການສົ່ງສິນຄ້າອອກໄປຂາຍຢູ່ຕ່າງປະເທດເປັນສ່ວນຫລາຍ ເນື່ອງຈາກວ່າປະເທດທີ່ຮັບຊື້ສິນຄ້າແມ່ນໃຫ້ຄວາມສຳຄັນຫລາຍຕໍ່ຄວາມປອດໄພ ແລະ ສຸຂະພາບແຮງງານ, ປັດຈຸບັນ ລາວເຮົາກໍໄດ້ຖືກຮັບຮອງຈາກລັດຖະບານ ແລະ ໄດ້ມີການສ້າງຕັ້ງຄະນະກໍາມະການຄວາມປອດໄພ ແລະ ສຸຂະພາບແຮງງານຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນຂຶ້ນມາແລ້ວ.

ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ - 4 - ລາວຍັງມີຄວາມສ່ຽງສູງຕໍ່ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!