ຜູ້ສະໜັບສະໜູນ ທຣຳ ບຸກສະພາ ຂັດຂວາງການຮັບຮອງຜົນເລືອກຕັ້ງ
ອາຄານລັດຖະສະພາອາເມລິກາ ປະກາດລັອກດາວຫລັງຜູ້ຊຸມນຸມບຸກເຂົ້າໄປທາງໃນ ລະຫວ່າງສະພາກຳລັງປະຊຸມເພື່ອຮັບຮອງຜົນການເລືອກຕັ້ງປະທານາທິບໍດີອາເມລິກາ.
ວັນທີ 6 ມັງກອນ 2021 ໜັງສືພິມ New York Times ລາຍງານເຫດວຸ້ນວາຍຢູ່ອາຄານລັດຖະສະພາອາເມລິກາ ຈາກກຸ່ມຜູ້ຊຸມນຸມທີ່ປະກາດວ່າສະໜັບສະໜູນປະທານາທິບໍດີ ໂດນັລ ທຣຳ ບຸກເຂົ້າໄປໃນອາຄານ ຈົນເຮັດໃຫ້ກອງປະຊຸມເລື່ອງການຮັບຮອງຜົນການເລືອກຕັ້ງຕ້ອງຢຸດລົງ.
ຜູ້ຊຸມນຸມໄດ້ລວມຕົວກັນຢູ່ໜ້າອາຄານລັດຖະສະພາໃນນະຄອນຫລວງວໍຊິງຕັນ ດີຊີ ເພື່ອປະທ້ວງບໍ່ໃຫ້ບັນດາຜູ້ແທນ ແລະ ວຸດທິສະມາຊິກໃນສະພາຮັບຮອງຜົນການເລືອກຕັ້ງປະທານາທິບໍດີອາເມິກາ ໂດຍເຊື່ອວ່າເປັນການເລືອກຕັ້ງທີ່ເຕັມໄປດ້ວຍການສໍ້ໂກງ ເຊິ່ງປະທານາທິບໍດີ ທຣຳ ພະຍາຍາມກ່າວອ້າງວ່າຕົນເອງເປັນຝ່າຍຊະນະຂາດລອຍຢູ່ສະເໝີ.
ເຫດການເລີ່ມເຄັ່ງຕຶງຂຶ້ນ ຫລັງຈາກປະທານາທິບໍດີ ທຣຳ ໃຊ້ທະວິດເຕີໂຈມຕີຮອງປະທານາທິບໍດີ ໄມ ເພນ ເຊິ່ງປະຕິບັດໜ້າທີ່ປະທານວຸດທິສະພາໃນກອງປະຊຸມ ທີ່ບໍ່ຍອມແຊກແຊງການຮັບຮອງຜົນການເລືອກຕັ້ງໃນສະພາຄອງເກຣດ.
ຈາກນັ້ນເຈົ້າໜ້າທີ່ໄດ້ນຳເອົາຮອງປະທານາທິບໍດີ ເພນ ອົບພະຍົບອອກຈາກອາຄານທາງອຸໂມງໃຕ້ດິນ ແລະ ປະກາດໃຫ້ສະມາຊິກທີ່ເຫລືອໃສ່ໜ້າກາກກັນແກັສ ເພື່ອກຽມໃຊ້ແກັສນ້ຳຕາ.
ຕໍ່ມາກຸ່ມຜູ້ຊຸມນຸມເລີ່ມຝ່າແນວກັ້ນໜ້າອາຄານ, ສ່ວນເຈົ້າໜ້າທີ່ພະຍາຍາມໃຊ້ສະເປພິກໄທໃນການຢຸດຜູ້ຊຸມນຸມ ລະຫວ່າງນັ້ນມີລາຍງານວັດຖຸຕ້ອງສົງໄສໃນບໍລິເວນດັ່ງກ່າວ ແລະ ໄດ້ຮັບການຢືນຢັນພາຍຫລັງວ່າເປັນລະເບີດດັດແປງ.
ວ່າທີ່ປະທານາທິບໍດີ ໂຈ ໄບເດນ ອອກຖະແຫລງການຮຽກຮ້ອງໃຫ້ປະທານາທິບໍດີ ທຣຳ ປົກປ້ອງລັດຖະທຳມະນູນ ແລະ ຢຸດຕິຄວາມວຸ້ນວາຍ ດ້ວຍການຖະແຫລງຜ່ານການຖ່າຍທອດສົດທາງໂທລະສັບ ໂດຍລະບຸວ່າ: ການບຸກລຸກຄັ້ງນີ້ບໍ່ແມ່ນການປະທ້ວງ ແຕ່ເປັນການກໍ່ຈະລາຈົນ.
ສ່ວນປະທານາທິບໍດີ ທຣຳ ເຊິ່ງກ່ອນໜ້ານີ້ພະຍາຍາມຮຽກຮ້ອງຜ່ານທະວິດເຕີໃຫ້ທຸກຝ່າຍໃນອາຄານລັດຖະສະພາງົດໃຊ້ຄວາມຮຸນແຮງ ໄດ້ອອກມາໂພສວິດີໂອທີ່ເລີ່ມຕົ້ນດ້ວຍການອ້າງວ່າທ່ານເປັນຝ່າຍຊະນະຂາດລອຍ ແລະ ຂໍໃຫ້ຜູ້ສະໜັບສະໜູນກັບເຮືອນ, ພ້ອມເນັ້ນວ່າ: ທ່ານຖືກໂກງການເລືອກຕັ້ງ ອັດທ້າຍດ້ວຍການບອກຮັກ ແລະ ຍ້ອງຍໍກຸ່ມຜູ້ສະໜັບສະໜູນວ່າເປັນຄົນພິເສດ.
ເຖິງຢ່າງໃດກໍຕາມ, ເຫດການຄວາມວຸ້ນວາຍຍັງດຳເນີນຕໍ່ໄປ ສື່ຕ່າງປະເທດເຜີຍແຜ່ຮູບພາບກຸ່ມຜູ້ຊຸມນຸມບຸກເຂົ້າໄປບໍລິເວນຫ້ອງປະຊຸມສະພາໄດ້ສຳເລັດ ໂດຍເຈົ້າໜ້າທີ່ໄດ້ອົບພະຍົບສະມາຊິກທັງໝົດອອກໄປແລ້ວ.
ທ່ານ ໂຈ ແມນຊິນ ວຸດທິສະມາຊິກລັດໄວໂອມິງ ຈາກພັກເດໂມແຄຣດ ຢືນຢັນວ່າ: ຈະເດີນໜ້າຂະບວນການຮັບຮອງຜົນການເລືອກຕັ້ງປະທານາທິບໍດີອາເມລິກາໃຫ້ສຳເລັດພາຍໃນຄືນນີ້. ຂະນະທີ່ເຈົ້າຄອງນະຄອນຫລວງວໍຊິງຕັນ ດີຊີ ປະກາດມາດຕະການເຄີຟິວທົ່ວເມືອງເປັນເວລາ 12 ຊົ່ວໂມງ ເລີ່ມແຕ່ເວລາ 18:00 ໂມງ ຕາມເວລາທ້ອງຖິ່ນ ຫລື 6:00 ໂມງ ຂອງວັນທີ 7 ມັງກອນ ຕາມເວລາປະເທດລາວ.
ຫລ້າສຸດມີລາຍງານວ່າຜູ້ຍິງຄົນໜຶ່ງໃນກຸ່ມຜູ້ຊຸມນຸມທີ່ບຸກເຂົ້າໄປພາຍໃນອາຄານລັດຖະສະພາຖືກຍິງ ແລະ ໄດ້ຮັບການຢືນຢັນວ່າເສຍຊີວິດແລ້ວ.