ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ

ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ - 135804839 1549408951924717 3876612679341318026 n - ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ
ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ - kitchen vibe - ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ

ໃນວັນທີ 6-7 ມັງກອນນີ້, ທີ່ແຂວງວຽງຈັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ຈັດກອງປະຊຸມຜ່ານຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ ໂດຍການເຂົ້າຮວ່ມ ຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີ ກະຊວງດັ່ງກ່າວ, ມີຜູ້ຕາງຫນ້າ ຄະນະກໍາມະການຊີ້ນໍາ ການຮ່າງຍຸດທະສາດແຫ່ງຊາດ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເຂົ້າຮວ່ມນຳດ້ວຍ.

ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ - 134393141 1549408891924723 589641933182460854 n 300x199 - ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ

ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ - Visit Laos Visit SALANA BOUTIQUE HOTEL - ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ

ກອງປະຊຸມ, ໄດ້ຮ່ວມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ຮ່າງຍຸດທະສາດແຫ່ງຊາດສະບັບນີ້ທີ່ໄດ້ລິເລີ່ມມາແຕ່ປີ 2019 ເປັນຕົ້ນມາ, ໂດຍການຊ່ວຍເຫລືອດ້ານງົບປະມານ ແລະ ເຕັກນິກວິຊາການ ຈາກທະນາຄານພັດທະນາອາຊີ (ADB). ພ້ອມໄດ້ ລະດົມແນວຄວາມຄິດທັງຢູ່ສູນກາງ ແລະ ທ້ອງຖິ່ນ  ລວມທັງກອງປະ ຊຸມຮ່ວມກັບບັນດາຄູ່ຮ່ວມງານສາກົນເພື່ອສາມາດນໍາສະເໜີ ຕໍ່ກອງປະຊຸມລັດຖະບານ ປະຈໍາເດືອນມັງກອນ 2021 ເພື່ອພິຈາລະນາຮັບຮອງ.

ໃນກອງະຊຸມທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ມີຄຳເຫັນວ່າ: ປັດຈຸບັນປະເທດເຮົາໄດ້ປະເຊີນກັບໄພພິບັດທາງທໍາມະຊາດນັບມີ້ຖີ່ຂຶ້ນ, ມີຄວາມຮຸນແຮງເພີ່ມຂຶ້ນ, ສ້າງຄວາມເສຍຫາຍ ແລະ ສູນເສຍຕໍ່ໂຄງລ່າງພື້ນຖານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມເປັນບໍ່ຫນ້ອຍ, ໂດຍສະ ເພາະ ຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ເຊັ່່ນ: ເຫດການເຂື່ອນແຕກພັງ ໃນປີ 2018, ໄພນໍ້າຖ້ວມ ຢູ່ບັນ ດາແຂວງພາກກາງ ແລະ ໃຕ້ ໃນປີ 2019. ໃນຂະນະທີ່ພວກເຮົາກໍາລັງເລັ່ງແກ້ໄຂ ຟື້ນຟູຫລັງໄພພິບັດດັ່ງກ່າວ ແລະ ການແກ້ໄຂຊ່ວຍຜົນກະທົບ ຈາກພະຍາດໂຄວິດ-19, ແລະ ສະເພາະປີ 2020 ຜ່ານມາປະເທດເຮົາ ຍັງໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພະຍຸພັດ, ການລະບາດຂອງພະຍາດສັດ ແລະ  ອື່ນໆ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ຕໍ່ກັບເຫດການດັ່ງກ່າວ, ລັດຖະບານກໍຄື ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ສຸມໃສ່ໃນການຕອບໂຕ້ ແກ້ໄຂຢ່າງຕັ້ງຫນ້າ, ເຊິ່ງບໍ່ພຽງແຕ່ນຳໃຊ້ກຳລັງ, ເຄື່ອງມືເທົ່ານັ້ນ ແຕ່ຍັງຕ້ອງໄດ້ນຳໃຊ້ງົບປະມານມະຫາ ສານ ເຂົ້າໃນການແກ້ໄຂບັນຫາທີ່ຮີບດ່ວນ, ສຸກເສີນ ແລະ ລວມໄປເຖິງການຟື້ນຟູບັນດາຟື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານ ນາງ ໃບຄໍາ ຂັດທິຍະ ກ່າວຕື່ມວ່າ:  ຕໍ່ສະພາບດັ່ງກ່າວລາວເຮົາກໍ ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ກົນໄກການຈັດຕັ້ງວຽກງານຄຸ້ມຄອງໄພພິບັດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະ ຢູ່ຊຸມຊົນຂັ້ນບ້ານ, ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ລະບົບການພະຍາກອນ ແລະ ການເຕືອນໄພລ່ວງໜ້າ, ການຝືກອົບຮົມ ແລະ ການສາທິດຝືກຊ້ອມ ເພື່ອຮັບມືໄພພິບັດສຸກເສີນ, ການໂຄສະນາ ແລະ ສ້າງຈິດສໍານຶກໃຫ້ຊຸມຊົນທົ່ວສັງຄົມ ໄດ້ຮັບຮູ້ເຖີງຄວາມສ່ຽງ ແລະ ປະກອບສ່ວນເຂົ້າໃນການກຽມພ້ອມຮັບມືກັບໄພພິບັດ; ເພີ່ມທະວີການຮ່ວມມືສາກົນ, ບັນດາປະເທດເພື່ອນມິດ, ການຮ່ວມມືພາກລັດ ແລະ ເອກະຊົນ ທັງໄລຍະການກຽມພ້ອມ, ການປ້ອງກັນ, ການຫລຸດຜ່ອນຄວາມສ່ຽງ ແລະ ການຕອບໂຕ້ສຸກເສີນຫລັງໄພພິບັດ, ອັນທີ່ພົ້ນເດັ່ນ, ພວກເຮົາໄດ້ສໍາເລັດການສ້າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ ຊຶ່ງໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ໃນປີ 2019 ທີ່ຜ່ານມາ. ແລະ ໄດ້ລະບຸເຂົ້າ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໄລຍະປີ 2021-2025 ຂອງປະເທດອີກດ້ວຍ.

ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ - 5 - ຫລາຍພາກສ່ວນຮ່ວມກັນຄົ້ນຄວ້າຮ່າງຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!