ມີຜູ້ເສຍຊີວິດ 4 ຄົນ ໃນການປະທ້ວງ ຢູ່ນະຄອນ ວໍຊິງຕັນດີຊີ ໃນວັນທີ 6 ມັງກອນ


ເຈົ້າໜ້າທີ່ຕຳຫຼວດ ນະຄອນ ວໍຊິງຕັນດີຊີ ເມື່ອວັນທີ 6 ມັງກອນນີ້ວ່າ ເຫດຈະລາຈົນໃນຄັ້ງນີ້ທີ່ ຫໍລັດຖະສະພາຂອງ ສະຫະລັດ ມີມີຜູ້ເສຍຊີວິດ 4 ຄົນ, ຊຶ່ງໃນຂະນະນີ້ ທັງສອງສະພາ ກຳລັງສືບຕໍ່ນັບຄະແນນສຽງ ແລະ ໄດ້ປະຕິເສດຜົນຄະແນນເລືອກຕັ້ງໃນ 5 ລັດ ທຣຳ ເຊື່ອວ່າຕົນເອງເປັນຜູ້ຊະນະຄະແນນ ເຊັ່ນ: ຈໍເຈຍ, ອາຣີໂຊນາ, ເນວາດາ, ມິຊີແກນ ແລະ ເພນຊີເວເນຍ.
ກ່ອນໜ້ານີ້ ສະມາຊິກພັກ ຣີພັບຣີກັນ ໃນສະພາ ປະກາດວ່າ ຈະສະໜັບສະໜູນການພິກປີ້ນຜົນການເລືອກຕັ້ງຂອງປະທານາທິບໍດີ ໂດນັລ ທຣຳ ດ້ວຍວິທີການອອກສຽງຄັດຄ້ານໃນສະພາ.
ບັນດານັກວິຈານໃຫ້ຄຳເຫັນວ່າ: ຄວາມພະຍາຍາມຂອງພັກ ຣີພັບຣີກັນ ທີ່ຫວັງພິກປີ້ນຜົນການເລືອກຕັ້ງອາດຈະບໍ່ປະສົບຜົນສຳເລັດ ເພາະ ພັກເສລີປະຊາທິປະໄຕ ມີທີ່ນັ່ງໃນສະພາຜູ້ແທນປະຊາຊົນຫຼາຍກວ່າ ແລະ ພວກເຂົາຈະປ່ອນບັດຄັດຄ້ານຕ້ານຄືນຝ່າຍຕໍ່ຕ້ານ ແລະ ຍັງມີ ສະມາຊິກພັກ ຣີພັບຣີກັນ ຫຼາຍຄົນບໍ່ອອກສຽງ ບໍ່ຮູ້ວ່າພວກເຂົາຍັງຈະສະໜັບສະໜູນ ທຣຳ ອີກ ຫຼື ບໍ່.