ສານສູງ ສ.ເກົາຫລີ ພິພາກສາອະດີດປະທານາທິບໍດີ ປາກກິນເຮ ຕິດຄຸກ 20 ປີ ຂໍ້ຫາໃຊ້ອຳນາດໃນທາງບໍ່ຖືກຕ້ອງ


ສານພິພາກສາສູງສຸດຂອງ ສ.ເກົາຫລີ ມີຄຳພິພາກສາຕັດສິນລົງໂທດນາງ ປາກກິນເຮ ອະດີດປະທານາທິບໍດີ ອາຍຸ 68 ປີ ຕິດຄຸກ 20 ປີ ພ້ອມປັບໄໝເງິນ 18.000 ລ້ານວອນ ຈາກຄວາມຜິດໃນຂໍ້ຫາໃຊ້ອຳນາດໃນທາງບໍ່ຖືກຕ້ອງ, ຮັບສິນບົນ ແລະ ຂູ່ເຂັນຜູ້ອື່ນ ເຊິ່ງຖືເປັນການປິດຄະດີທີ່ສ້າງຄວາມສັ່ນສະເທືອນແກ່ປະຫວັດສາດການເມືອງ ສ.ເກົາຫລີ.
ອະດີດປະທານາທິບໍດີ ປາກກິນເຮ ຖືກຖອດຖອນຈາກຕຳແໜ່ງໃນປີ 2017 ແລະ ຖືເປັນປະທານາທິບໍດີ ສ.ເກົາຫລີ ທີ່ມາຈາກການເລືອກຕັ້ງຄົນທຳອິດທີ່ຖືກຖອດຖອນ ເຊິ່ງໃນປີ 2018 ນາງຖືກຕັດສິນວ່າມີຄວາມຜິດ 16 ຂໍ້ຫາ ຈາກທັງໝົດ 18 ຂໍ້ຫາ ໂດຍສ່ວນຫລາຍກ່ຽວຂ້ອງກັບການຮັບສິນບົນ ແລະ ໃຊ້ອຳນາດຂູ່ເຂັນ ໂດຍສານຕັດສິນວ່ານາງສົມຮູຮ່ວມຄິດກັບ ຊອຍຊຸນຊິລ ໝູ່ຂອງນາງ ໃຊ້ອຳນາດກົດດັນກຸ່ມບໍລິສັດຍັກໃຫຍ່ເຊັ່ນ: Samsung ແລະ Lotte ເພື່ອໃຫ້ບໍລິຈາກເງິນ 77,4 ພັນລ້ານວອນ ແກ່ມູນນິທິທີ່ດຳເນີນງານໂດຍ ຊອຍຊຸນຊິລ.
ກ່ອນໜ້ານີ້, ສານສູງ ສ.ເກົາຫລີ ມີຄຳຕັດສິນໃນເດືອນກໍລະກົດ ໃຫ້ຫລຸດໂທດນາງ ປາກກິນເຮ ຈາກທີ່ຖືກຕັດສິນຕິດຄຸກ 30 ປີ ເຫລືອ 20 ປີ. ຂະນະທີ່ ໄອຍະການ ສ.ເກົາຫລີ ພະຍາຍາມຍື່ນອຸທອນຄັດຄ້ານການຫລຸດໂທດດັ່ງກ່າວ.
ທັງນີ້, ນາງ ປາກກິນເຮ ຈະຕ້ອງຮັບໂທດຕິດຄຸກທັງໝົດ 22 ປີ ໂດຍລວມກັບໂທດຕິດຄຸກ 2 ປີ ທີ່ນາງຖືກຕັດສິນຄວາມຜິດເມື່ອປີ 2018 ໃນຄະດີແຊກແຊງການເລືອກຕັ້ງຂັ້ນຕົ້ນ ເພື່ອສະເໜີຊື່ຜູ້ສະໝັກຂອງພັກເຊນູຣີທີ່ເປັນພັກຂອງນາງໃນເວລານັ້ນ.