ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020

ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020 - 37 - ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020
ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020 - kitchen vibe - ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020

ໜັງສືພິມ South China Morning Post  ຂອງຈີນລາຍງານ ເມື່ອວັນທີ 14 ມັງກອນນີ້ ໃຫ້ຮູ້ວ່າ ໃນ 7 ເດືອນ ທ້າຍປີ 2020 ຜ່ານມາ ປັກກິງ ສົ່ງອອກອຸປະກອນການແພດ ປ້ອງກັນໂຄວິດ-19 ຫຼາຍກວ່າ 67,8 ຕື້ໂດລາສະຫະລັດ. ໃນນັ້ນ ສະເລ່ຍແລ້ວ ພົນລະເມືອງໂລກ 1 ຄົນໃດໄດ້ຮັບຜ້າອັດປາກ-ດັງ 40 ອັນ ບໍ່ນັບຈີນ.

ໜັງສືພິມສະບັບດັ່ງກ່າວ ຍັງໃຫ້ຮູ້ວ່າ ມູນຄ່າທາງການຄ້າຂອງຈີນລວມມີທັງການສົ່ງອອກ ແລະ ນຳເຂົ້າ ປະຕິບັດໄດ້ 4,650 ຕື້ໂດລາໃນປີ 2020. ການສົ່ງອອກເພີ່ມຂຶ້ນ 18,1% ແລະ ນຳເຂົ້າ 6,5% ຊຶ່ງເປັນການລື່ນຄາດໝາຍທີ່ວາງໄວ້.

ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020 - Visit Laos Visit SALANA BOUTIQUE HOTEL - ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020

ກຳໄລສຸດທິການຄ້າປີ 2020 ຈອງຈີນເພີ່ມຂຶ້ນຫຼາຍກວ່າ 535 ຕື້ໂດລາ, ໃນນັ້ນ ກຳໄລໄດ້ຈາກ ສະຫະລັດອາເມລິກາ ກໍເພີ່ມຂຶ້ນ. ອັນນີ້ມັນສະແດງໃຫ້ເຫັນວ່າ ຢຸດທະສາດສະກັດກັ້ນການຄ້າຂອງຈີນ ຂອງ ປະທານາທິບໍດີ ໂດນັລທຣຳ ບໍ່ປະສົບຜົາສຳເລັດ.

ການສົ່ງອອກ ແລະ ນຳເຂົ້າຂອງຈີນເພີ່ມຂຶ້ນແຮງໃນຊ່ວງ ໂຄວິດ-19 ແລະ ການປິດປະເທດຢູ່ໃນຫຼາຍປະເທດ ອັນໄດ້ເຮັດໃຫ້ຄວາມຕ້ອງການອຸປະກອນທາງການແພດຫຼາຍຂຶ້ນ.

ລວມທັງໝົດ ຈີນສົ່ງອອກອຸປະກອນການແພດປ້ອງກັນໂຄວິດ-19 ຫຼາຍກວ່າ 67,8 ຕື້ໂດລາ, ໃນນັ້ນລວມມີ 224,1 ຕື້ຜ້າອັດປາກ-ດັງ, 2,31 ຕື້ ເຄື່ອງນຸ່ງປ້ອງກັນໂຄວິດ, 271.000 ຊຸດເຄື່ອງຫາຍໃຈ ແລະ 1,08 ຕື້ເຄື່ອງກວດຫາເຊື້ອໄວຣັດໂຄໂຣນາ ສາຍພັນໃໝ່ໃນທົ່ວໂລກ.

ການສົ່ງອອກ laptop ກໍເພີ່ມຂຶ້ນ 8,5%, ການສົ່ງອອກອຸປະກອນໄຟຟ້າເພີ່ມ 6%ໃນປີ 2020.

 

ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020 - 5 - ຈີນ ມີກຳໄລສູງສຸດ ຈາກການຂາຍ ອຸປະກອນການແພດ ໃນປີ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!