UNDP ມອບເຄື່ອງຊ່ວຍເຫລືອໃຫ້ກະຊວງສາທາລະນາສຸກເພື່ອ ຄວາມເຂັ້ມແຂງໃນການໂຕ້ຕອບໂຄວິດ-19


ໃນວັນທີ 19 ມັງກອນນີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ໄດ້ມອບ ຄອມພິວເຕີ ແລະ ອຸປະກອນຈຳນວນໜຶ່ງໃຫ້ ກະຊວງສາທາລະນະສຸກ ໄດ້ນຳໃຊ້ໃນສູນຈຳກັດບໍລິເວນເພື່ອການລາຍງານແບບດີຈິຕອນ, ໂດຍຊອບແວ (Dashboard) ເພື່ອສ້າງຄວາມເຂັ້ມແຂງໃນການຕອບໂຕ້ ພະຍາດໂຄວິດ-19. ຊຶ່ງພິທີມອບ-ຮັບໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນລະຫ່ວາງ ທ່ານ ນາງ ແຄັດເທີຣີນ ເຟືອງ ຮອງຜູ້ຕາງໜ້າຂອງອົງການ UNDP ປະຈຳ ລາວ ແລະ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່.
ຜູ້ຕາງຫນ້າ UNDP ໃຫ້ຮູ້ວ່າ: ອຸປະກອນດັ່ງກ່າວ ແມ່ນເຄື່ອງມືທີ່ມີປະໂຫຍດ ໃນການໂຕ້ຕອບພະຍາດໂຄວິດ-19, ເຊິ່ງປະ ກອບມີການຄຸ້ມຄອງສູນຈຳກັດບໍລິເວນ ແລະ ການເກັບກໍາຂໍ້ມູນທີ່ຈຳເປັນ ທີ່ກ່ຽວຂ້ອງກັບຜູ້ທີ່ຖືກຈຳ ກັດບໍລິເວນໃນສູນເຫລົ່ານີ້.
ທ່ານ ດຣ. ບັນດາໄຊ ລໍວັນໄຊ ຜູ້ພັດທະນາ ລະບົບຊອບແວ dashboard ໄດ້ລາຍງານຄວາມຄືບໜ້າຂອງຊອບແວດັ່ງກ່າວ ແລະ ເຊື່ອໝັ້ນວ່າ: ບັນຫາຕ່າງໆຂອງປະເທດຈະໄດ້ຮັບການແກ້ໄຂ ໃຫ້ທັນກັບສະພາບການໃນການໂຕ້ຕອບການລະບາດຂອງພະຍາດດັ່ງກ່າວຂອງລັດຖະບານເຮົາ,ໂດຍການສະໜັບສະໜູນ ຈາກອົງການສະຫະປະຊາຊາດເພື່ອການພັດທະນາ ເພື່ອໃຫ້ລັດຖະບານ ສປປ ລາວ ມີເຄື່ອງມືໃນການຕິດຕາມການເຄື່ອນໄຫວ ຂອງສູນຈຳກັດບໍລິເວນ, ໃນການເກັບກຳຂໍ້ມູນສະຖິຕິ ທີ່ກ່ຽວຂ້ອງກັບຜູ້ທີ່ຖືກຈຳກັດບໍລິເວນຂອງສູນ.