ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື

ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື - 140454681 1544473285756446 8095835937103239802 n - ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື
ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື - kitchen vibe - ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື

ພິທີມອບ-ຮັບ ແລະ ເປີດນຳໃຊ້ອະນຸສາວະລີ  ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ໄດ້ມີຂຶ້ນໃນວັນທີ 24 ມັງກອນນີ້, ພາຍຫລັງສໍາເລັດການກໍ່ສ້າງສົມບູນແລ້ວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງອະນຸສາວະລີ ດັ່ງກ່າວ.

ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື - 140212503 1544473205756454 906117860711004083 n 300x200 - ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື

ອະນຸສາວະລີ ສຳຄັນນີ້ຕັ້ງຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ມີມູນຄ່າທັງໝົດ 37 ຕື້ກີບ ເພື່ອເປັນການຈາລຶກຄຸນງາມຄວາມດີ, ເຊີດຊູກຽດສັກສີຂອງວິລະມະ ຫາກະສັດອານາຈັກລາວລ້ານຊ້າງ, ຜູ້ຊົງມີຄວາມປີຊາສາມາດສະຫລາດແຫລມຄົມ ແລະ ອົງອາດກ້າຫານບໍ່ຍອມຈໍານົນ ໃນພິໄຊສົງຄາມ, ຊົງເປັນພຸດທະສາສະນິກກະຊົນອັນລໍ້າເລີດ ເປັນພຣະມະຫາກະສັດຜູ້ຊົງທໍາ ເບິ່ງກວ້າງມອງໄກ, ເປັນແບບຢ່າງອັນດີງາມໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ, ສິລະປະວັດທະນະທໍາ, ຮີດຄອງປະເພນີອັນຈົບງາມຂອງຊາດລາວ ສະເໝືອນດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາລາດ ຕັ້ງແຕ່ບັນພະການສືບມາຈົນເຖິງລູກຫລານ ນັບຫລາຍເຊັ່ນຄົນຈົນເຖິງທຸກວັນນີ້ ແລະ ຊົ່ວກາລະນານ.

ໂຄງການດັ່ງກ່າວປະກອບມີ 2 ໜ້າວຽກໃຫຍ່ຄື:  ຫລໍ່ຮູບປັ້ນພຣະເຈົ້າໄຊຍະເຊດຖາທິຣາດ ຊົງປະທັບຊ້າງ ເຜືອກມຸງຄຸນປະທານພອນ ເຊິ່ງຫລໍ່ດ້ວຍທອງເຫລືອງໜັກ 18 ໂຕນ ແລະ ວຽກກໍ່ສ້າງສະຖາປານິກ-ງານປະຕິມະກໍາລວດລາຍວິຈິດສິນຕ່າງໆ , ໂດຍໃຊ້ເວລາກໍ່ສ້າງມາເຖິງ 30 ເດືອນ.

ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື - 4 - ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື
ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື - 5 - ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື
ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື - 3 - ສະຫລອງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື