ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19 ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ

ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ - 140f5d9213a2 500x600 1 - ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ
ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ - kitchen vibe - ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ

ລາຍງານຈາກຕ່າງປະເທດເມື່ອວັນທີ 24 ມັງກອນນີ້ ໃຫ້ຮູ້ວ່າ ມີຜູ້ຊາຍຄົນໜຶ່ງຢູ່ໃນລັດ ເນວາດາ ຂອງສະຫະລັດອາເມລິກາ ຖືກກ່າວຟ້ອງໃນຂໍ້ຫາ ສົ່ງໃບສະເໜີ 12 ສະບັບ ເພື່ອຂໍກູ້ຢືມເງິນຈາກໂຄງການ PPP( ຮ່ວງຊ່ວຍເຫຼືອ ຫົວໜ່ວຍທຸລະກິດນ້ອຍ ທີ່ພົບຄວາມຫຍຸ້ງຍາກ) ເພື່ອເອົາເງິນທີ່ຂໍຢືມໄດ້ນັ້ນໄປຊື້ລົດ ແລະ ຫ້ອງຫຼູ ຢູ່ໃນລັດ Las Vegas.

         Abramovs ຖືກຮ້ອງຟ້ອງໃນຂໍ້ຫາ ມີພຶດຕິກຳ ຕົ້ມຕຸ໋ນ ທະນາຄານ, ພາຍຫຼັງໄດ້ສະເໜີຢືມເງິນຈາກ 7 ທະນາຄານ ໂດຍອອກຊື່ຫຼາຍບໍລິສັດທີ່ແຕກຕ່າງກັນ, ກໍຄືການປອມແປງທີ່ຢູ່ ຂອງບໍລິສັດຕົນເອງ.

ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ - Visit Laos Visit SALANA BOUTIQUE HOTEL - ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ

         ຫຼັງຈາກນັ້ນ, Abramovs ກໍນຳໃຊ້ເງິນທີ່ຢືມໄດ້ເກືອບ 1.986.737,46 ໂດລາຈາກໂຄງການປົກປ້ອງທະນາບັດ(PPP).

         ໂຄງການ  PPP ມີມູນຄ່າ 669 ຕື້ໂດລາ ຊຶ່ງເລີ່ມຕົ້ນມາແຕ່ປີ ກາຍ ເພື່ອສະໜັບສະໜູນຫົວໜ່ວຍທຸລະກິດນ້ອຍທີ່ພົບຄວາມຫຍຸ້ງຍາກ ອັນເນື່ອງມາຈາກການລະບາດຂອງໂຄວິດ-19.

         Abramovs ໃຊ້ເງິນຈຳນວນທີ່ຢືມໄດ້ 2 ລ້ານໂດລາຊື້ລົດ Bentley Continental GT Convertible 2020 ໃນລາຄາ 261.000 ໂດລາ ແລະ ລົດ Tesla Model 3 2020 ໃນລາຄາ 55.000 ໂດລາ.

       ໃນລະຫວ່າງເດືອນພຶດສະພາ ຫາເດືອນ ມີຖຸນາ 2020, Abramovs ຍັງໄດ້ຊື້ຫ້ອງຄອນໂດຫຼູ 2 ຫ້ອງຢູ່ໃນເມືອງ Veer Towers ໃນລັດ Las Vegas ຕື່ມອີກ ໃນລາຄາ 637.000 ໂດລາ.

         ຂະນະນີ້ Abramovs ຖືກກັກຕົວໄວ້ເພື່ອສືບສວນສອບສວນ ເພື່ອລໍຂຶ້ນສານ.

ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ - 5 - ຕົວະຕົ້ມ ເອົາເງິນຊ່ວຍເຫຼືອໂຄວິດ-19  ໄປຊື້ລົດ Bentley, ໃຊ້ຊີວິດຫຼູຫຼາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!