ປະເທດທຸກຍາກສ່ວນຫລາຍອາດຕ້ອງໃຊ້ເວລາຮອດປີ 2024 ກວ່າຈະສັກວັກຊີນໂຄວິດ-19 ໃຫ້ປະຊາຊົນໄດ້ຕາມເປົ້າໝາຍ


ອົງການວິໄຈດ້ານເສດຖະສາດ Economist Intelligence Unit ເຜີຍແຜ່ລາຍງານບົດວິເຄາະຫລ້າສຸດໃນວັນທີ 27 ມັງກອນ 2021 ຄາດວ່າ: ປະເທດທຸກຍາກສ່ວນຫລາຍຈະບໍ່ສາມາດບັນລຸເປົ້າໝາຍການສັກວັກຊີນຕ້ານໂຄວິດ-19 ໃຫ້ປະຊາຊົນຈຳນວນຫລາຍໄດ້ ຈົນກວ່າຈະຮອດປີ 2024. ຂະນະທີ່ບາງປະເທດອາດບໍ່ສາມາດສັກວັກຊີນໃຫ້ປະຊາຊົນໄດ້ຕາມເປົ້າໝາຍ.
ບົດວິເຄາະດັ່ງກ່າວສະແດງໃຫ້ເຫັນຄວາມແບ່ງແຍກ ແລະ ຄວາມບໍ່ສະເໝີພາບຂອງໂລກ ຕໍ່ກໍລະນີການແຈກຢາຍວັກຊີນໂຄວິດ-19 ທົ່ວໂລກ ເຊິ່ງໃນອີກ 2-3 ປີຕໍ່ໜ້າ ຈະມີປະເທດພັດທະນາແລ້ວ ຫລື ປະເທດຮັ່ງມີພຽງບໍ່ເທົ່າໃດປະເທດທີ່ປະສົບຜົນສຳເລັດໃນການສັກວັກຊີນໃຫ້ປະຊາຊົນໄດ້ຕາມເປົ້າໝາຍ. ຂະນະທີ່ປະເທດສ່ວນຫລາຍຍັງຕ້ອງດິ້ນຮົນແຂ່ງຂັນໃນການຈັດຫາວັກຊີນ.
ໂດຍປະເທດອັງກິດ, ອາເມລິກາ, ອິດສະລາແອນ ແລະ ບາງປະເທດໃນກຸ່ມ EU ຈະເປັນປະເທດລຳດັບຕົ້ນໆທີ່ສາມາດໃຫ້ວັກຊີນແກ່ປະຊາຊົນໄດ້ຄວບຄຸມເປັນວົງກວ້າງ ຫລື ເກືອບທັງໝົດຂອງປະຊາກອນທັງໝົດພາຍໃນປີນີ້, ຖັດມາແມ່ນປະເທດພັດທະນາແລ້ວອື່ນໆ ໃນຊ່ວງກາງປີ 2022, ຈາກນັ້ນຈຶ່ງເປັນກຸ່ມປະເທດລາຍໄດ້ປານກາງສ່ວນຫລາຍ ໃນຊ່ວງທ້າຍປີ 2022.
ແຕ່ສຳລັບ 84 ປະເທດໃນກຸ່ມປະເທດທຸກຍາກທີ່ສຸດຂອງໂລກນັ້ນ ຄາດວ່າອາດຕ້ອງລໍຖ້າຮອດປີ 2024 ກວ່າຈະໄດ້ຮັບວັກຊີນພຽງພໍທີ່ຈະເຮັດໃຫ້ປະຊາກອນທົ່ວປະເທດມີພູມຄຸ້ມກັນ ຈົນສາມາດຫລຸດ ຫລື ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້.
ສາເຫດຫລັກທີ່ເຮັດໃຫ້ປະເທດທຸກຍາກສ່ວນຫລາຍຕ້ອງໃຊ້ເວລາດົນກວ່າຈະໄດ້ຮັບວັກຊີນຕ້ານໂຄວິດ-19 ພຽງພໍໃນການຢຸດການແຜ່ລະບາດນັ້ນມາຈາກອຸປະສັກຫລາຍດ້ານ ທັງການສົ່ງມອບວັກຊີນຊັກຊ້າ, ການຈັດຫາວັດຖຸດິບ, ຂໍ້ຈຳກັດໃນຂະບວນການຜະລິດ ແລະ ໂຄງລ່າງພື້ນຖານດ້ານການແພດໃນບາງປະເທດທີ່ຕໍ່າ ຕະຫລອດຈົນຂາດເຂີນການຝຶກຝົນ ແລະ ໃຫ້ຄວາມຮູ້ແກ່ບຸກຄະລາກອນທາງການແພດໃນການສັກວັກຊີນ.
ເຊິ່ງປະເທດຈີນ ແລະ ອິນເດຍທີ່ມີປະຊາກອນຫລາຍເປັນອັນດັບ 1 ແລະ 2 ຂອງໂລກ ກວ່າ 1,3 ພັນລ້ານຄົນອາໄສຢູ່ທົ່ວທຸກພື້ນທີ່ຂອງປະເທດທີ່ກວ້າງໃຫຍ່ ເຮັດໃຫ້ການສັກວັກຊີນຕໍ່ປະຊາຊົນໃນພາກພື້ນທີ່ຫ່າງໄກນັ້ນເປັນສິ່ງທີ່ຕ້ອງໃຊ້ຄວາມພະຍາຍາມຢ່າງສູງ.
ສຳລັບຜົນວິເຄາະດັ່ງກ່າວໃຊ້ການປະເມີນຂໍ້ມູນຈາກ 200 ກວ່າປະເທດ ໂດຍອ້າງອີງປັດໄຈຕ່າງໆເຊັ່ນ: ຂໍ້ຕົກລົງຈັດຫາວັກຊີນທີ່ມີຢູ່ໃນຕອນນີ້, ກຳລັງການຜະລິດວັກຊີນ, ວັກຊີນທີ່ສົ່ງມອບແລ້ວ ຕະຫລອດຈົນໂຄງລ່າງພື້ນຖານ ເພື່ອຮອງຮັບການແຈກຢາຍ ແລະ ສັກວັກຊີນ ແລະ ອັດຕາຄວາມລັງເລໃນການສັກວັກຊີນຂອງປະຊາຊົນ ເຊິ່ງໃນປະເທດຍີ່ປຸ່ນ ເຖິງວ່າຈະເປັນປະເທດພັດທະນາແລ້ວ, ແຕ່ເນື່ອງຈາກກະແສຄວາມບໍ່ໝັ້ນໃຈ ແລະ ຂໍ້ສົງໄສກ່ຽວກັບການສັກວັກຊີນໃນປະຊາຊົນ ສົ່ງຜົນໃຫ້ຍີ່ປຸ່ນອາດບໍ່ສາມາດສັກວັກຊີນໃຫ້ປະຊາຊົນໄດ້ຕາມເປົ້າໝາຍໃນປີນີ້.
ນອກຈາກນີ້, ລາຍງານທີ່ອອກມາຍັງກໍ່ໃຫ້ເກີດຂໍ້ສົງໄສເຖິງຄວາມເປັນໄປໄດ້ຂອງໂຄງການ Covax ຫລື ໂຄງການພັນທະມິດແບ່ງປັນວັກຊີນແກ່ທົ່ວໂລກຢ່າງເທົ່າທຽມ ທີ່ລິເລີ່ມໂດຍອົງການອະນາໄມໂລກ (WHO) ເຊິ່ງຕັ້ງເປົ້າຈັດຫາວັກຊີນໃຫ້ພຽງພໍ ແລະ ຄວບຄຸມປະຊາກອນທົ່ວໂລກ 27% ພາຍໃນປີນີ້.
ທັງນີ້ ໃນທ້າຍປີຜ່ານມາ ມີຫລາຍກຸ່ມຜູ້ພັດທະນາວັກຊີນຕ້ານໂຄວິດ-19 ທີ່ອອກມາເປີດເຜີຍຜົນສຳເລັດຂອງວັກຊີນ ທີ່ມີຄວາມປອດໄພ ແລະ ປະສິດທິພາບສູງ ເຊິ່ງຈຸດປະກາຍຄວາມຫວັງແກ່ທົ່ວໂລກ, ແຕ່ຈາກຂໍ້ມູນຂອງລາຍງານສະບັບນີ້ເຮັດໃຫ້ແສງແຫ່ງຄວາມຫວັງໃນປະເທດສ່ວນຫລາຍນັ້ນຮິບຮີລົງ ເຊິ່ງໝາຍຄວາມວ່າໂອກາດທີ່ທົ່ວໂລກຈະຢຸດວິກິດໂຄວິດ-19 ເຊິ່ງເປັນພະຍາດຮຸນແຮງທີ່ສຸດພະຍາດໜຶ່ງໃນປະຫວັດສາດມະນຸດອາດຕ້ອງໃຊ້ເວລາອີກບໍ່ຕໍ່າກວ່າ 1 ປີ.