ບັນຫາການຖິ້ມຂີ້ເຫຍື້ອຊະຊາຍຕາມເສັ້ນທາງນະຄອນຫລວງວຽງຈັນ ຍັງແກ້ໄຂບໍ່ຂາດຕົວ

ຈາກການທີ່ປັດຈຸ​ບັນ​ປະ​ເທດ​ເຮົາ​ ໄດ້ພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງໄປພ້ອມກັບການພັດທະນາໃນທາງທີ່ດີຂຶ້ນນັ້ນ ຍັງມີບາງບັນຫາການພັດທະນາທີ່ຕ້ອງແກ້ໄຂໃຫ້ໄດ້ຢ່າງເດັດຂາດໂດຍສະ ເພາະການພັດທະນາຈິດໃຈຂອງຄົນມັກງ່າຍ ແລະ ບໍ່ສົນໃຈຕໍ່ກົດລະບຽບ ກົດໝາຍບ້ານເມືອງລວມທັງຈິດ ໃຈຂອງເຈົ້າໜ້າທີ່ຫ້ອງການຄຸ້​ມຄອງ ​ແລະ ບໍລິການ​ຕົວ​ເມືອ​ງ ນະຄອນຫລວງວຽງຈັນ.  ຍົກປະເດັນນີ້ຂຶ້ນມາເພື່ອຢາກໃຫ້ພາກສ່ວນກ່ຽວຂ້ອງເຮັດແທ້ ເຮັດຢ່າງເອົາການເອົາງານຕໍ່ບັນຫາຂີ້ເຫຍື້ອ ທີ່ມີຄົນເອົາໄປຖິ້ມຊະຊາຍຕາມສະຖານທີ່ສາທາລະນະທີ່ອາດຈະນັບມື້ເພີ່ມຫລາຍຂຶ້ນ. ສຳລັບຢູ່ນະຄອນ ຫລວງວຽງຈັນ ຕາມສະຖິຕິກໍມີຢ່າງໜ້ອຍ…