ນິວຊີແລນ ກຽມຫ້າມນຳໃຊ້ແອັບຕິກຕອກ ໃນອຸປະກອນທີ່ກ່ຽວຂ້ອງກັບລັດຖະສະພາ ພາຍໃນທ້າຍເດືອນມີນານີ້

ສຳນັກຂ່າວຕ່າງປະເທດລາຍງານ: ນິວຊີແລນກາຍເປັນປະເທດຫລ້າສຸດທີ່ມີການສັ່ງຫ້າມນຳໃຊ້ແອັບຕິກຕອກ ຈາກອຸປະກອນທີ່ສາມາດເຂົ້າເຖິງເຄືອຂ່າຍຂໍ້ມູນຂອງລັດຖະສະພາ ພາຍໃນທ້າຍເດືອນມີນານີ້ ເນື່ອງຈາກມີຄວາມກັງວົນຕໍ່ຄວາມປອດໄພທາງໄຊເບີ ຫລັງຈາກທີ່ຫລາຍໆປະເທດມີການສັ່ງຫ້າມການໃຊ້ງານແອັບດັ່ງກ່າວໃນເຄືອຂ່າຍພາກລັດໄປແລ່ວກ່ອນໜ້ານີ້ ເນື່ອງຈາກກັງວົນວ່າຂໍ້ມູນຕ່າງໆຂອງຜູ້ໃຊ້ງານຈະຖືກສົ່ງຕໍ່ໄປຍັງລັດຖະບາານຈີນ. ດ້ານ ທ່ານ ຣາຟາເອວ ກອນຊາເລດ ມອນເຕໂຣ ຜູ້ບໍລິຫານຂອງລັດຖະສະພານິຊີແລນລະບຸວ່າ: ການຕັດສິນໃຈຄັ້ງນີ້ໄປຕາມຄຳແນະນຳຈາກຜູ້ຊ່ຽວຊານດ້ານຄວາມໝັ້ນຄົງຂອງໄຊເບີ ແລະ ມີການຫາລືກັບລັດຖະບານ ລວມທັງປະເທດອື່ນໆແລ້ວ ໂດຍຫລັງຈາກພິຈາລະນາຂໍ້ມູນຕ່າງໆ ເຖິງຄວາມສ່ຽງແລ້ວ ທາງສະພາຕັດສິນໃຈວ່າບໍ່ສາມາດທີ່ຈະຮັບຄວາມສ່ຽງດັ່ງກ່າວໄດ້.

ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ

ນິວຊີແລນປະກາດຍົກເລີກຄຳສັ່ງໃສ່ຜ້າປິດປາກໃນອາຄານ ແລະ ຂໍ້ບັງຄັບສັກວັກຊີນເພື່ອການເຮັດວຽກສຳລັບບຸກຄະລາກອນທີ່ມີຄວາມສຳຄັນ ເນື່ອງຈາກນິວຊີແລນຈະຢຸດການຕໍ່ສູ້ກັບພະຍາດລະບາດ ເພື່ອຮຽນຮູ້ທີ່ຈະຢູ່ຮ່ວມກັບໂຄວິດ-19. ທັງນີ້, ນາຍົກລັດຖະມົນຕີ ຈາຊິນດາ ອາຣເດິນ ແຫ່ງນິວຊີແລນ ຖະແຫລງໃນວັນທີ 12 ກັນຍາວ່າ: ປະຊາຊົນບໍ່ຕ້ອງໃສ່ຜ້າປິດປາກຢູ່ບ່ອນສາທາລະນະອີກຕໍ່ໄປ ນັບແຕ່ທ່ຽງຄືນວັນທີ 12 ກັນຍາ ບໍ່ວ່າຈະເປັນພື້ນທີ່ໃນອາຄານ ຫລື ກາງແຈ້ງ…

ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການ ນິວຊີແລນ

ໃນວັນທີ 30 ມິຖຸນາ 2022, ທີ່ ນະຄອນຫຼວງເວວລິງຕັນ, ທ່ານ ສິນໃຈ ມະນີວັນ ໄດ້ສໍາເລັດການຍື່ນສານຕາຕັ້ງຕໍ່ພະນະທ່ານ ນາງ ແດມ ຊິນດີ ຄິໂຣ (Dame Cindy Kiro), ຜູ້ສຳເລັດຣາຊະການ ນິວຊີແລນ ເພື່ອດໍາເນີນລົງຕໍາ…

ນາຍົກ ນິວຊີແລນ ສັ່ງລັອກດາວທົ່ວປະເທດ ຫຼັງພົບຄົນຕິດໂຄວິດ 1 ຄົນ

ສຳນັກຂ່າວ ແຊນແນລນິວສເອເຊຍ ລາຍງານວ່າ ຈາຊີນດາ ອາເດິນ ນາຍົກລັດຖະມົນຕີນິວຊິແລນ ປະກາດໃຊ້ມາດຕະການລ໊ອກດາວລະດັບ 4 ທົ່ວປະເທດອີກຄັ້ງໃນວັນທີ 17 ສິງຫາ 2021 ນີ້ ຫຼັງຈາກພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ 1 ຄົນທີ່ເມືອງ ໂອດແລນ ຊຶ່ງຖືເປັນການພົບຜູ້ຕິດເຊື້ອຄົນທຳອິດພາຍໃນປະເທດໃນຮອບ 6…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!