ເສັ້ນທາງເບຕົງຫລາຍເສັ້ນມີການແຕກແຫງຢູ່ຈຸດເຊື່ອມຕໍ່ ຖ້າສ້ອມແປງແຕ່ຫົວທີອາດປະຢັດງົບປະມານ

ເສັ້ນທາງຄົມມະນາຄົມຢູ່ນະຄອນຫລວງວຽງຈັນ ໄດ້ຮັບການພັດທະນາຍົກລະດັບໃຫ້ໄດ້ມາດຕະຖານ ໂດຍທົ່ວໄປເຮົາຈະເຫັນມີທາງປູຢາງ (ອັດສະຟານ) ແລະ ທາງທີ່ປູດ້ວຍເບຕົງ ນັບວ່າເປັນເລື່ອງທີ່ດີພາກລັດເຮົາໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ແລະ ອັນເປັນການສ້າງຄວາມສະດວກສະບາຍແກ່ການສັນຈອນໄປ-ມາ. ເຖິງຢ່າງໃດກໍຕາມ ບໍ່ວ່າຈະເປັນທາງທີ່ປູດ້ວຍຢາງໝາກຕອຍ ຫລື ຢາງອັດສະຟານ ແລະ ທາງເບຕົງ ເມື່ອເປັນເວລາຫລາຍປີໄປມັກເກີດມີສະພາບຜຸພັງ, ເປັນຮອຍແຕກ ແລະ ເປ່ເພ ຢັງຢາຍຢູ່ຫລາຍຈຸດ …