ທາງການວິກຕໍເຣຍປະກາດລັອກດາວເມວເບິນຮອບສອງ ຫລັງພົບຜູ້ຕິດໂຄວິດ-19 ເພີ່ມຕໍ່ເນື່ອງ
ໃນວັນທີ 7 ກໍລະກົດ, ທາງການລັດວິກຕໍເຣຍຂອງອົດສະຕຣາລີ ປະກາດລັອກດາວເມວເບິນຮອບສອງ ຫລັງພົບຜູ້ຕິດໂຄວິດ-19 ໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຜູ້ຕິດເຊື້ອໃໝ່ເກືອບທັງໝົດອາໄສຢູ່ໃນລັດນີ້ ທີ່ມີປະຊາກອນໜາແໜ້ນທີ່ສຸດເປັນອັນດັບ 2 ຂອງປະເທດ, ຮອງຈາກລັດນິວເຊົາເວລ ແນະນຳໃຫ້ປະຊາຊົນຢູ່ແຕ່ໃນເຮືອນ ແລະ ອອກມາທາງນອກສະເພາະມີເຫດຈຳເປັນໃນໄລຍະ 6 ອາທິດຕໍ່ຈາກນີ້. ໃນໄລຍະ 24 ຊົ່ວໂມງຜ່ານມາ,…