ອາເມລິກາບັນລຸຂໍ້ຕົກລົງໃນການສັ່ງຊື້ວັກແຊງ ຈາກ Pfizer ແລະ BioNTech ຈຳນວນ 600 ລ້ານໂດສ
ຫລ້າສຸດອາເມລິກາໄດ້ຕົກລົງຈະຈ່າຍເງິນ 1,95 ພັນລ້ານໂດລາໃຫ້ວັກແຊງປິ່ນປົວ COVI-19 ຈຳນວນ 100 ລ້ານໂດສທີ່ພັດທະນາໂດຍ Pfizer ແລະ BioNTech ເຊິ່ງເປັນຂັ້ນຕອນຫລ້າສຸດຂອງລັດຖະບານໃນການປິດກັ້ນປະເທດອື່ນຈາກການເຂົ້າເຖິງຢາປິ່ນປົວ ເພື່ອຕໍ່ສູ້ກັບພະຍາດລະບາດ. ອາເມລິກາຈະຈ່າຍເງິນໃຫ້ບໍລິສັດຜູ້ຜະລິດຢາ ຫລັງຈາກພວກເຂົາໄດ້ຮັບວັກແຊງຄົບຕາມຈຳນວນທີ່ຕົກລົງກັນໄວ້ ເຊິ່ງລັດຖະບານມີສິດສັ່ງເພີ່ມໄດ້ອີກ 500 ລ້ານໂດສ. ຫຸ້ນຂອງ Pfizer ເພີ່ມຂຶ້ນຫລາຍກວ່າ…