ຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ວັນທີ 5 ຕຸລາ 2023, ຄວາມກົດດັນອາກາດຕໍ່າຍັງສືບຕໍໍ່ປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະພາກໃຕ້. ສໍາລັບນະຄອນຫລວງວຽງຈັນ…