ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນເກືອບ 4 ຕື້ກີບ ເພື່ອສ້າງເງື່ອນໄຂໃຫ້ 7 ໂຄງການປົກປັກຮັກສາສິ່ງແວດລ້ອມ
ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ສະໜອງທຶນເກືອບ 4 ຕື້ກີບ ໃຫ້ກັບ 7 ໂຄງການ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການຈຳນວນດັ່ງກ່າວໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ນັ້ນ, ກໍຄື ການສ້າງເງື່ອນໄຂໃຫ້ບັນດາໂຄງການໃນການປົກປັກຮັກສາສິ່ງແວດລ້ອມ. ສຳລັບໂຄງການທີ່ໄດ້ຮັບທຶນປະກອບມີ: ໂຄງການຫລຸດຜ່ອນຜົນກະທົບ ລະ ຫ່ວາງ ຄົນ ກັບ ຊ້າງປ່າ ໄລຍະການຈັດຕັ້ງປະຕິບັດ 2023-2025…