ລົດໄຟລາວ-ຈີນ ເພີ່ມຖ້ຽວລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ເພື່ອຮອງຮັບຜູ້ມາທ່ຽວຊົມໃນງານບຸນທາດຫລວງ 4-8 ພະຈິກ

ເພື່ອຕອບສະໜອງຕາມຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທີ່ເພີ່ມຂຶ້ນ ພ້ອມທັງອໍານວຍຄວາມສະດວກໃນການເດີນທາງມາທ່ຽວງານບຸນນະມັດສະການພະທາດຫລວງວຽງຈັນປະຈໍາປີ ພສ 2565 ຄສ 2022, ບໍລິສັດທາງລົດໄຟລາວ-ຈີນ ຈະໄດ້ເພີ່ມຂະບວນລົດໄຟຜູ້ໂດຍສານ EMU ສອງຂະບວນຕໍ່ໃສ່ກັນຄື: ຖ້ຽວ C84/3 ແລະ ຖ້ຽວ C92/1 ແລ່ນໄປ-ກັບ ຕັ້ງແຕ່ວັນວັນທີ 4-8 ພະຈິກ 2022….

2022 ລົດໄຟຄວາມໄວສູງ ລາວ-ຈີນ ນຳໂຊກມາໃຫ້ ສປປ ລາວ

ໂດຍ: ທິດກໍ່າ ດັ່ງພວກເຮົາໄດ້ຮັບຮູ້ ແລະ ເຫັນນຳກັນມາແລ້ວວ່າ ນັບແຕ່ໄດ້ເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມາແຕ່ຕົ້ນເດືອນທັນວາເປັນຕົ້ນມາ ກໍໄດ້ມີກະແສຂ່າວໂດ່ງດັງໄປທົ່ວພາກພື້ນ ແລະ ທົ່ວໂລກ ໂດຍສະເພາະແມ່ນໃນບັນດາປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບປະເທດລາວ. ໃນບັນດາແຫລ່ງຂ່າວທີ່ໄດ້ຜ່ານທາງສື່ອອນລາຍຕ່າງໆນັ້ນ ສ່ວນຫລາຍກໍແມ່ນມີຄວາມປິຕິຍິນດີກັບຄົນລາວປະເທດລາວທີ່ມີລົດໄຟຄວາມໄວສູງທັນຍຸກທັນສະໄໝ ເຊິ່ງໃນປະຫວັດສາດຜ່ານໆມາ ລາວເຮົາຍັງບໍ່ທັນມີລົດໄຟຄວາມໄວສູງແບບນີ້ມາກ່ອນ. ແຕ່ໄປຄຽງຄູ່ກັນນັ້ນ ຍັງມີບາງແຫລ່ງສື່ຂອງປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດໄທ ໄດ້ວິເຄາະຕຳໜິວິຈານແບບບໍ່ສ້າງສັນຕ່າງໆນານາ….

ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະເຖິງນະຄອນຫລວງວຽງຈັນວັນທີ 11 ມັງກອນ

ແຫລ່ງຂ່າວ CRI ລາຍງານວ່າ: ເວລາ 10:30 ໂມງວັນທີ 10 ມັງກອນ 2022 ຕາມເວລາວຽງຈັນ, ລົດ ໄຟ “ຂະບວນດ່ວນລ້ານຊ້າງ” ຂະບວນທຳອິດແລ່ນໃນຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ອອກຈາກນະຄອນຄຸນຫມິງ ປະເທດຈີນ ແລະ ຈະຮອດນະຄອນຫລວງວຽງຈັນໃນວັນທີ…

ພິກໂສມໜ້າໃໝ່ໄປກັບລົດໄຟຄວາມໄວສູງ ລາວ-ຈີນ

ໂດຍ: ທິດກໍ່າ ນັບແຕ່ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ສຳເລັດຜົນຢ່າງຍິ່ງໃຫຍ່ ແລະ ໄດ້ເປີດນຳໃຊ້ບໍລິການມວນຊົນຢ່າງເຕັມສ່ວນ ມາແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ ປາກົດວ່າຊາວລາວ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວໄດ້ໄປສຳຜັດໃຊ້ບໍລິການຢ່າງໜາແໜ້ນ ແລະ ຄຶກຄັກໃນບາງວັນ ໂດຍສະເພາະວັນສຸກ, ວັນເສົາ ແລະ…

ສ້າງບັນຍາກາດໃໝ່ໃຫ້ກ້າວໄກໄປກັບລົດໄຟ ລາວ-ຈີນ

ໂດຍ: ທິດກໍ່າ ພາຍຫລັງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດຮັບໃຊ້ບໍລິການມວນຊົນມາແຕ່ວັນທີ 4 ທັນວາ 2021 ເຫັນໄດ້ວ່າຊາວລາວ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ໂດຍສະເພາະແມ່ນຊາວນະຄອນຫລວງວຽງຈັນ ໄດ້ໃຫ້ຄວາມສົນໃຈພາກັນແຫ່ໄປໃຊ້ບໍລິການຢ່າງຄັບຄາໜາແໜ້ນ. ຈາກສະຖິຕິໃນເບື້ອງຕົ້ນພຽງ 5 ວັນ ກໍມີຜູ້ໄປໃຊ້ບໍລິການເຖິງ 5 ພັນກວ່າຄົນ. ນີ້ກໍສະແດງໃຫ້ເຫັນວ່າ…

ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ

ໂດຍ: ທິດກໍ່າ ພາຍຫລັງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດບໍລິການຮັບໃຊ້ມວນຊົນພຽງສີ່ຫ້າວັນ ກໍມີຄົນລາວ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວໄປໃຊ້ບໍລິການທະລຸເຖິງ 5 ພັນກວ່າຄົນ. ສະແດງວ່າແຕ່ລະມື້ມີຄົນເດີນທາງດ້ວຍລົດໄຟຄວາມໄວສູງໄປທ່ອງທ່ຽວ ຫລືວ່າ ໄປທຳທຸລະກິດການງານມື້ລະພັນກວ່າຄົນ. ສ່ວນຢູ່ທາງເບື້ອງປະເທດຈີນພຽງຫ້າຫົກວັນກໍທະລຸເປັນແສນຄົນ. ນີ້ກໍສະແດງວ່າຜົນຕອບຮັບໃນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງສອງປະເທດ ລາວ-ຈີນ ເປັນໄປຕາມຄວາມຄາດຫວັງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ…

ທ່ານນາຍົກຢາກໄປທ່ຽວຄຸນໝິງຫຼັງຈາກເປີດປະເທດ ດ້ວຍລົດໄຟລາວ-ຈີນ

ຕາມການສຳພາດຂອງ CRI ໃຫ້ຮູ້ວ່າ: ໃນຂະນະທີ່ ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ນັ່ງລົດໄຟລາວ-ຈີນ ຮອບປະຖົມມະເລີກກັບພັນລະຍາ ພ້ອມດ້ວຍຄະນະເດີນທາງຈາກສະຖານີນະຄອນລວງວຽງຈັນຫາສະຖານີວັງວຽງໃນວັນທີ 3 ທັນວາ 2021. ທ່ານໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ພ້ອມທັງຕີລາຄາສູງ ແລະກ່າວວ່າຢາກໄປທ່ຽວຄຸນໝິງ ແລະປັກກິ່ງອີກຄັ້ງຫຼັງຈາກເປີດການທ່ອງທ່ຽວລະຫວ່າງປະເທດ. ທ່ານນາຍົກໃຫ້ຮູ້ວ່າ: ການເປີດເສັ້ນທາງລົດໄຟລາວ-ຈີນ ຄັ້ງນີ້ເປັນຄັ້ງປະຫວັດສາດທີ່…

​​ເປີດ​ແລ່ນລົດ​ໄຟ​ໂດຍສານ ​ແລະຂົນ​ສົ່ງ​ສິນຄ້າ ​ຖ້ຽວ​ປະຖົມມະ​ລືກ

ພາຍຫລັງສຳ​ເລັດ​ພິທີ ​ເປີດ​ນຳ​ໃຊ້ລົດ​ໄຟລາ​ວ-ຈີນຂະ​ບວນລ້ານ​ຊ້າງ ​ແລະ ຂະ​ບວນ​ແຄນ​ລາວສຳ​ເລັດຢ່າງ​ເປັນ​ທາງ​ການ​, ທ່ານ ພັນຄຳ ​ວິພາ​ວັນ ນາຍົກລັດຖະມົນຕີ,ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ​ການ​ນຳ​ຂັ້ນ​ສູງ, ອະ​ດີດ​ການ​ນຳ​ຂັ້ນ​ສູງພັກ, ລັດ ​ໄດ້​ໃຫ້​ກຽດຂຶ້ນ​ຂີ່​ລົດ​ໄຟ ຂະບວນລ້ານຊ້າງ ​ຄັ້ງ​ປະຖົມ​ມະ​ລືກເປີດນຳໃຊ້ລົດໄຟ ລາວ-ຈີນ ຢ່າງເປັນທາງການ ໂດຍໄດ້​ເຄື່ອນ​ອອກ​ຈາກ​ສະຖານີ​ລົດ​ໄຟ​ນະຄອນຫລວງ​ວຽງ​ຈັນ ໄປ​ຢ້ຽມ​ຊົມ ສະຖານີ​ລົດ​ໄຟ​ວັງ​ວຽງ ​ແຂວງ​ວຽງ​ຈັນ…

ຊື້ປີ້ໂດຍສານລົດໄຟລາວ-ຈີນໄດ້ແລ້ວ ຫຼັງມື້ເປີດໃຊ້ທາງການ

ຫຼັງຈາກມື້ເປີດບໍລິການເປັນທາງການ, ການຊື້ປີ້ລົດໄຟຂອງຜູ້ໂດຍສານ ກ່ອນຈະເດີນທາງຕ້ອງຊື້ປີ້ຢູ່ປ່ອງບໍລິການຂາຍປີ້ ທີ່ສະຖານີລົດໄຟທີ່ເປີດບໍລິການເບື້ອງຕົ້ນ ກໍຄືນະຄອນຫຼວງວຽງຈັນ-ບໍ່ເຕັນ 1 ຖ້ຽວ (ໄປ-ກັບ) ແລະນະຄອນຫຼວງວຽງຈັນ-ຫຼວງພະບາງ 1 ຖ້ຽວ(ໄປ-ກັບ). ອີງຕາມແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດແຈ້ງໃນວັນທີ 30 ພະຈິກ 2021. ຂໍ້ມູນແຈ້ງວ່າ: ໃນໄລຍະທີ່ມີການລະບາດຂອງໂຄວິດ-19, ແມ່ນສາມາດມາຊື້ປີ້ໄດ້ລ່ວງໜ້າ 3 ວັນກ່ອນເດີນທາງ…

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ວັນທີ 4 ມິຖຸນາ 2020 ນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງນະຄອນຫລວງວຽງຈັນ ແລະ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!