ມະຫາເສດຖີຍີ່ປຸ່ນ ປະກາດຫາ ຜູ້ຮ່ວມເດີນທາງໄປດວງຈັນຟຣີ 8 ຄົນ

ທ່ານ ຢູຊາ​ຄຸ ມາ​ເອະ​ຊາ​ວະ ມະຫາ​ເສດຖີ​ຍີ່ປຸ່ນ ​ເຈົ້າຂອງ​ກິດຈະການ​ສິນຄ້າ​ແຟຊັນ​ອອນ​ລາຍ Zozo Inc. ​ແລະ ນັກ​ສະ​ສົມ​ງານ​ສິລະ​ປະ ປະກາດ​ຜ່ານ​ທະວິ​ດ​ເຕີ ຫາ​ຮັບ​ສະໝັກ​ເພື່ອ​ຄັດ​ເລືອກ​ຜູ້​ຮ່ວມ​ເດີນທາງ​ໄປ​ດວງ​ຈັນ ຈຳນວນ 8 ຄົນ ​ໂດຍ​ລາວ​ບອກ​ວ່າ: ບຸກຄົນ​ທັງ 8 ທີ່​ລາວ​ຕ້ອງການ​ຈະ​ມາ​ຈາກ​ສາຂາ​ອາຊີບ​ໃດ​ກໍ​ໄດ້ ​ໂດຍ​ຕ້ອງ​ມີ​ຄຸນສົມບັດ 2…

ເປີດຜົນທົດລອງເບື້ອງຕົ້ນວັກຊີນ Covaxin ຂອງອິນເດຍ ປ້ອງກັານການເກີດອາການ 81%

ຜູ້​ພັດທະນາ​ວັກ​ຊີ​ນຂອງ​ອິນ​ເດຍລາຍ​ງານ​ຜົນ​ການ​ທົດ​ລອງ​ວັກ​ຊີ​ນ​ໂຄ​ວິດ-19 ຫລັງ​ຈາກ​ໄດ້​ຮັບ​ອະນຸມັດ​ໃຫ້​ນຳ​ໃຊ້​ໄປ​ແລ້ວ​ເກືອບ 2 ​ເດືອນ. ວັນ​ທີ 3 ມີນາ 2021, ສຳນັກ​ຂ່າວ Bloomberg ລາຍ​ງານ​ວ່າ: ບໍລິສັດ Bharat Biotech ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ​ຂອງ​ອິນ​ເດຍ ​ໄດ້​ເປີດ​ເຜີຍ​ຜົນ​ການ​ທົດ​ລອງ​ເບື້ອງຕົ້ນ​ໃນ​​ໄລຍະ​ສຸດ​ທ້າຍ​ຂອງ​ວັກ​ຊີ​ນປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ທີ່​​ໃສ່​ຊື່ວ່າ: Covaxin ຫລັງ​ຈາກ​ໄດ້​ຮັບ​ອະນຸມັດ​ໃຫ້​ນຳ​ໃຊ້​ໃນ​ກໍລະນີ​ສຸກ​ເສີນ​ໄປ​ແລ້ວນັບ​ແຕ່​ເດືອນ​ມັງກອນ ກ່ອນຜົນ​ການ​ທົດ​ລອງ​ຫລ້າ​ສຸດຈະ​ອອກ​ມາ….

ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ 1,8 ລ້ານກວ່າໂດລາ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ, ສຶກສາ, ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບໃນລາວ

ທ້າຍ​ອາທິ​ດຜ່ານ​ມາ ທີ່​ນະຄອນຫລວງ​ວຽງ​ຈັນ, ລັດຖະບານ​ຍີ່ປຸ່ນ​ໄດ້​ເຊັນ​ສັນຍາ​​ຊ່ວຍ​ເຫລືອມູນ​ຄ່າ 1,8 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ໃຫ້​ອົງການຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ (NGOs) ​ເພື່ອ​ຈັດຕັ້ງປະຕິບັດ 5 ​ໂຄງການ​ຄື: ​ໂຄງການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ຢູ່​ແຂວງ​ຊຽງ​ຂວາງ, 2 ​ໂຄງການ​ສຶກສາ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ​ແລະ ວຽກ​ງານ, ​ໂຄງການ​ທັນ​ຕະ​ແພດ ຢູ່​ນະຄອນຫລວງ​ວຽງ​ຈັນ, ​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ,…

ໄບເດັນ ໃຫ້ຄຳໝັ້ນສັນຍາວ່າ ຈະຕອບສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ຜູ້ໃຫ່ຍ ໄດ້ພຽງພໍ

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 3 ມີນານີ້ ໃຫ້ຮູ້ວ່າ ໃນກອງປະຊຸມຖະແຫຼງຂ່າວ ຢູ່ທີ່ທຳນຽບຂາວ ເມື່ອວັນທີ 2 ມີນານີ້ ທ່ານໄບເດັນຖະແຫຼງວ່າ: “ນັກທຸລະກິດຜູ້ຜະລິດຢາ Merck ຈະໃຫ້ການຊ່ວຍເຫຼືອກຸ່ມບໍລິສັດ ຈອນສັນ ແອນ ຈອນສັນ ຜະລິດວັກຊີນ Jassen ເຂັມດຽວ…

ຍີ່ປຸ່ນໃຫ້ທຶນ 321.806 ໂດລາ ສົ່ງເສີມ ການມີສ່ວນຮ່ວມຂອງຄົນພິການໃນລາວ

ທ້າຍ​ອາທິດ​ຜ່ານ​ມາ, ລັດຖະບານ​ຍີ່ປຸ່ນ​ໄດ້​​ເຊັນ​ສັນຍາໃຫ້ທຶນ​ສະໜັບສະໜູນ​ 321.806 ​ໂດ​ລາ​ສະຫະລັດ ​ເຂົ້າ​ໃນວຽກ​ງານ​ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຄົນ​ພິການ​ໃນ​ລາວ ລະຫວ່າງ ທ່ານ ​ເຄ​ໂຊ ທາ​ເກ​ວະ​ກະ ​ເອກ​ອັກຄະຣາຊະ​ທູດ​ຍີ່ປຸ່ນ​ປະຈຳ​ລາວ ​ແລະ ທ່ານ ນາງ ຄຸ​ໂບຕະ ກາ​ສຸ​ມິ ຜູ້ຕາງໜ້າ​ໂຄງການ​ປະຈຳ​ຫ້ອງການ​ນະຄອນຫລວງ​ວຽງ​ຈັນ ຂອງ​ອົງການ​ຊ່ວຍ​ເຫລືອ ​ແລະ ບັນ​ເທົາ​ທຸກ​ແຫ່ງ​ປະ​ເທດ​ຍີ່ປຸ່ນ (AAR…

ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ

ເມືອງຄົງເຊໂດນ ແຂວງສາລະວັນ ເປີດບໍລິການກິດຈະກຳລ່ອງເຮືອຕາມນ້ຳເຊໂດນ ເພື່ອບໍລິການ ແລະ ສົ່ງເສີມການທ່ອງທ່ຽວ ເຊິ່ງເປັນຄັ້ງທຳອິດ ແລະ ເປັນກິດຈະກຳຮູບແບບໃໝ່ຂອງເມືອງ ໂດຍນໍາໃຊ້ເຮືອທັງໝົດ 7 ລໍາ ທີ່ເປັນເຮືອປະຊາຊົນເຂດບ້ານດັ່ງກ່າວ ເປັນຜູ້ບໍລິການ ແລະ ເກັບຄ່າບໍລິການ, ທັງເປັນການໝູນໃຊ້ທ່າແຮງທີ່ມີໃຫ້ຕິດພັນກັບວິຖີຊີວິດຂອງເຂົາເຈົ້າ ເພື່ອໃຫ້ນັກທ່ອງທ່ຽວໄປຈັບຈ່າຍຊື້-ຂາຍຜົນຜະລິດກະສິກຳ ແລະ ຜະລິດຕະພັນຕ່າງໆ….

ຫລາຍປະເທດເລັ່ງກວດສອບ ກໍລະນີມີຜູ້ເສຍຊີວິດ ຫລັງສັກວັກຊີນໂຄວິດ

ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ​ຫລັງ​ສັກ​ວັກ​ຊີ​ນ​ໂຄ​ວິດ-19 ​ໃນ​ຫລາຍ​ປະ​ເທດ, ​ແຕ່​ຍັງ​ບໍ່​ຢືນຢັນ​ວ່າ​ກ່ຽວຂ້ອງ​ກັບ​ວັກ​ຊີ​ນ​ແຕ່​ຢ່າງ​ໃດ ​ເຊິ່ງທາງ​ການ​ກຳລັງ​ເລັ່ງກວດ​ສອບ ​ເພື່ອ​ຫາ​ຄຳ​ຕອບ​ຕໍ່​ໄປ. ວັນ​ທີ 3 ມີນາ 2021, ສຳນັກ​ຂ່າວ​ທ້ອງ​ຖິ່ນ ສ.​ເກົາຫລີ ລາຍ​ງານ​ວ່າ: ທາງ​ການ ສ.​ເກົາຫລີ ກຳລັງ​ກວດ​ສອບ​ສາ​ເຫດການ​ເສຍ​ຊີວິດ​ຂອງ​ຊາວ ສ.​ເກົາຫລີ 2 ຄົນ ​ເຊິ່ງ​ເສຍ​ຊີວິດ​ພຽງ​ບໍ່​ເທົ່າ​ໃດ​ມື້ ຫລັງ​ເຂົ້າຮັບ​ການ​ສັກ​ວັກ​ຊີ​ນຕ້ານ​ພະຍາດ​ໂຄ​ວິດ-19…

ຜິດປົກກະຕິ ! ເວນິສນ້ຳແຫ້ງ ລະດັບນ້ຳທະເລຫລຸດຕໍ່າລົງ

​ຄອງນ້ຳ​ເວ​ນິສ ສະຖານ​ທີ່ທ່ອງ​ທ່ຽວ​ຊື່​ດັງ​ລະດັບ​ໂລກ ຂອງ​ອິຕາ​ລີ ປັດຈຸບັນ​ກຳລັງປະສົບ​ບັນຫານ້ຳ​ໃນ​ຄອງ​ຫລຸດ​ລະດັບ​ຕໍ່າລົງ​ຢ່າງ​ຜິດ​ປົກກະຕິ​ໃນ​ຫລາຍ​ມື້ຜ່ານ​ມາ ​ເຮັດ​ໃຫ້​ເຮືອ​ກອນ​ໂດ​ລ່າ ທີ່​ເຄີຍ​ໃຊ້​ສັນຈອນ​ຢູ່​ໃນ​ຄອງ​ຊື່​ດັງ​ແຫ່ງ​ນີ້​ຕ້ອງ​ຈອດຕິດ​ຂີ້ຕົ້ມ. ທັງ​ນີ້, ​ໃນຫລາຍ​ປີຜ່ານມາ ​ເວ​ນິສປະສົບ​ບັນຫານ້ຳທະ​ເລ​ໜູນ​ສູງ ​ເຮັດ​ໃຫ້​ເກີດ​ນ້ຳຖ້ວມ​ຈົນ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຮືອນ ​ແລະ ສິ່ງ​ປຸກ​ສ້າງ​ຫລາຍ​ຄັ້ງ, ​ແຕ່​ປັດຈຸບັນ ​ເວ​ນິສພັດ​ກຳລັງ​ປະສົບ​ບັນຫາ​ລະດັບ​ນ້ຳທະ​ເລ​ຫລຸດ​ຕໍ່າລົງ​ຫລາຍ​ຜິດ​ປົກກະຕິ​ແບບ​ບໍ່​​ເຄີຍ​ເກີດ​ຂຶ້ນ. ຂະນະ​ທີ່ ສູນ​ເຝົ້າລະວັງ​ລະດັບ​ນ້ຳຂອງ​ເວ​ນິສລາຍ​ງານ​ວ່າ: ລະດັບ​ນ້ຳ​ໃນ​ຄອງ​ເວ​ນິສຫລຸດ​ຕໍ່າລົງ​ກວ່າ 50 ຊັງ​ຕີ​ແມັດ ນັບ​ແຕ່​ທ້າຍ​ອາທິດ​ຜ່ານ​ມາ.

ຊີ້ນງົວ ອົສເຕເລຍ ຈະບໍ່ມີຊື່ຢູ່ໃນລາຍການເມນູ ອາຫານໂລກອີກຕໍ່ໄປ

ວັນທີ່ 3 ມີນານີ້ ຂ່າວຕ່າງປະເທດລາຍງານວ່າ ເນື່ອງຈາກວ່າປະລິມານລັດລ້ຽງໃນ ອົສເຕເລຍ ໄດ້ຫຼຸດລົງຢ່າງໜັກນັບແຕ່ ຕົ້ນຊຸມປີ 90 ເປັນຕົ້ນມາ, ຂະແໜງລ້ຽງສັດຂອງ ອົສເຕເລຍ ກຳລັງປະເຊີນໜ້າກັບການທີ່ຈະຖືກສູນເສຍອັນດັບສອງຂອງໂລກໃນການສົ່ງອອກຊີ້ນງົວອັນເນື່ອງມາຈາກການຕອບສະໜອງປະລິມານຊີ້ນງົວໃຫ້ກັບທ້ອງຕະຫຼາດໂລກບໍ່ພຽງພໍ. ຂໍ້ມູນໃໝ່ຫຼ້າສຸດ ໃຫ້ຮູ້ວ່າ ທ່າອ່ຽງດັ່ງກ່າວນັບມື້ເພີ່ມຄວາມສ່ຽງສູງຂຶ້ນ ເພາະຂະນະນີ້ ຊາວກະສິກອນຜູ້ລ້ຽງງົວໄດ້ຂາຍງົວແມ່ເຂົ້າໂຮງງານຂ້າສັດກວມເຖິງ 48,2% ລື່ນຕົວເລກຄາດໝາຍທີ່ວາງໄວ້…

ວັນທີ 1-7 ມີນາ ອາກາດຈະສືບຕໍ່ຮ້ອນຂຶ້ນໃນຕອນກາງເວັນ ແລະ ມີຝົນຕົກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດໃນໄລຍະວັນທີ 1 ຫາ 7 ມີນາ 2021 ວ່າ: ໃນໄລຍະວັນທີ 1- 4 ມີນານີ້ ຄວາມກົດດັນສູງຂອງອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!