ລາວເລັ່ງຄິດໄລ່ຄ່າຊົດເຊີຍໃຫ້ປະຊາຊົນຖືກກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ


ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ພາຍຫລັງຂະແໜງການຂອງ ຕົນໄດ້ສົມທົບກັບຄະນະກໍາມະການໄກ່ເກຍຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ ແລະ ຊີ້ນໍາຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລົງເກັບກໍາຂໍ້ມູນກ່ຽວກັບການຄິດໄລ່ຄ່າຊົດເຊີຍບັນດາສິ່ງກີດຂວາງຂອງໂຄງການດັ່ງກ່າວ ແລະ ມາຮອດປັດຈຸບັນເຫັນວ່າມີຄວາມເປັນເອກະພາບໂດຍພື້ນຖານແລ້ວ, ໂດຍແຂວງຫລວງພະບາງ, ອຸດົມໄຊ ແລະ ຫລວງນໍ້າທາ ຮັບຮອງເອົາລາຄາຊົດເຊີຍເບື້ອງຕົ້ນຄື: ຄ່າທີ່ດິນແມ່ນໃຫ້ອີງໃສ່ລາຄາຢູ່ແຕ່ເຂດປະເມີນທີ່ດິນທີ່ບັນດາແຂວງໄດ້ຮັບຮອງເອົາແລ້ວໂດຍການຄົ້ນຄວ້າ ແລະ ນໍາສະເໜີ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກວດກາຄືນ ເພື່ອໃຫ້ສອດຄ່ອງ ແລະ ຖືກຕ້ອງ, ຄ່າຜົນລະປູກແມ່ນອີງໃສ່ດໍາລັດຂອງນາຍົກລັດຖະມົນຕີ ແລະ ລະບຽບການຂອງກະຊວງກະສິກໍາ ແລະ ປ່າໄມ້ກໍານົດອອກ. ສ່ວນຄ່າສິ່ງປຸກສ້າງແມ່ນອີງໃສ່ການຄິດໄລ່ຕາມລາຄາຫົວໜ່ວຍສິ່ງປຸກສ້າງຂອງກະຊວງໂຍທາທິການ ແລະ ຂົນສົ່ງ.
+ປະທານສະພາເນັ້ນຕ້ອງຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟຢ່າງຍຸຕິທໍາ
ສໍາລັບຢູ່ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ຄ່າທີ່ດິນແມ່ນອີງໃສ່ເຂດປະເມີນທີ່ດິນທີ່ອົງການປົກຄອງແຂວງໄດ້ຮັບຮອງເອົາແລ້ວ, ສ່ວນນະຄອນຫລວງວຽງຈັນແມ່ນຄິດໄລ່ເປັນລາຄາສະເລ່ຍໂດຍເອົາມູນຄ່າເກົ່າ ແລະ ມູນຄ່າໃໝ່ບວກກັນແລ້ວຫານສອງເປັນລາຄາກາງ, ຄ່າຜົນລະປູກ ໂດຍສະເພາະແມ່ນນາທີ່ປະຊາຊົນບໍ່ໄດ້ເຮັດໃນປີນີ້ແມ່ນມອບໃຫ້ບໍລິສັດທາງລົດໄຟລາວ-ຈີນ ເປັນຜູ້ຈ່າຍທົດແທນຄືນໃຫ້ປະຊາຊົນຕາມລາຄາທີ່ຄະນະກໍາມະການໄກ່ເກຍໄດ້ເຈລະຈາ ແລະ ຕົກລົງກັບເຈົ້າຂອງນາແລ້ວ. ແນວໃດກໍຕາມ, ການຄິດໄລ່ຄ່າຊົດເຊີຍໃນໂຄງການນີ້ຍັງຈະຕ້ອງໄດ້ມີການພິຈາລະນາ ແລະ ຮັບຮອງຈາກສະພາປະປະຊາຊົນຂັ້ນແຂວງກ່ອນ, ຈາກນັ້ນ ຈຶ່ງສະເໜີລັດຖະບານພິຈາລະນາຕື່ມ, ກ່ອນຈະນໍາໄປຈັດຕັ້ງປະຕິບັດການຊົດເຊີຍໃຫ້ປະຊາຊົນຜູ້ຖືກຜົນກະທົບຢູ່ແຕ່ລະທ້ອງຖິ່ນໃຫ້ຄົບຖ້ວນ.