ສານປະຊາຊົນແຂວງໄຊຍະບູລີຕັດສິນລົງໂທດຜູ້ຄ້າຂາຍຢາເສບຕິດຈໍາຄຸກຕະຫລອດຊີວິດ
September 17, 2017 - 5:00 PM


ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງໄຊຍະບູລີ ໄດ້ຕັດສິນລົງໂທດນາງ ຈັນທອນ ອາຍຸ 37 ປີຢູ່ບ້ານນາແຄມເມືອງພຽງແຂວງໄຊຍະບູລີ, ທ້າວ ພອນຈິດ ອາຍຸ 48 ປີຢູ່ບ້ານບົວຈະເລີນ, ທ້າວ ທອງພຸດ (ຕ໋ອງ) ອາຍຸ 36 ປີຢູ່ບ້ານດົງຂ່າເມືອງຊະນະຄາມ ແລະ ທ້າວ ບີ່ຢ່າ ອາຍຸ 28 ປີຢູ່ບ້ານນາຂອບ ເມືອງເຟືອງແຂວງວຽງຈັນໃຫ້ຈໍາຄຸກຕະຫລອດຊີວິດ, ໃນຂໍ້ຫາຄ້າຂາຍຢາເສບຕິດ, ໂດຍພວກເຂົາຖືກເຈົ້າໜ້າທີ່ຈັບຕົວເມື່ອວັນທີ 17 ຕຸລາ 2016 ຢູ່ບ້ານໜອງບົວຊາຍເມືອງພຽງແຂວງໄຊຍະບູລີ, ພ້ອມຂອງກາງຢາບ້າ 4 ມັດ, ມີໂທລະສັບມືຖື 4 ໜ່ວຍ, ລົດກະບະວີໂກ້ໝາຍເລກທະບຽນ ກທ 4230 ກຳແພງນະຄອນ, ລົດຮຸນໄດໝາຍເລກທະບຽນ ກຍ 7887 ກຳແພງນະຄອນ, ປືນລູກຊອງ 1 ກະບອກ, ພ້ອມກະສຸນ 6 ລູກ ແລະ ເງິນຈຳນວນໜຶ່ງທີ່ພວກເຂົາໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດແມ່ນໄດ້ຮິບເປັນຂອງລັດ.