ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- partanlong - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ
- kitchen vibe - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

ແຫລ່ງຂ່າວ ຂປລ ໃຫ້ຮູ້ວ່າ: ພິທີເປີດປີທ່ອງທ່ຽວລາວ 2018 ຈະໄດ້ຈັດຂຶ້ນ ພ້ອມກັບພິທີ ເປີດບຸນນະມັດສະການພະທາດ ຫລວງ ໃນເດືອນຕຸລາ 2017, ເຊິ່ງຈະມີບັນດາລັດຖະມົນຕີ ກ່ຽວຂ້ອງປະເທດກຳປູເຈຍ, ຫວຽດນາມ, ໄທ, ມຽນມາ ແລະ ບັນດາເຈົ້າແຂວງ ຫລື ຮອງເຈົ້າ ແຂວງ, ຜູ້ຊີ້ນຳວຽກງານການ ທ່ອງທ່ຽວ ພ້ອມດ້ວຍທູຕານຸ ທູດປະເທດຕ່າງໆ ປະຈຳ ສປປ ລາວ ເຂົ້າຮ່ວມ. ນຳດ້ວຍຄະນະ ຮັບຜິດຊອບງານດັ່ງກ່າວໃຫ້ ຮູ້ວ່າ: ສຳລັບກິດຈະກຳປີ ທ່ອງ ທ່ຽວລາວ 2018 ຄາດວ່າຈະ ມີ 31 ກິດຈະກໍາ, ໂດຍແນ່ໃສ່ສົ່ງ ເສີ່ມບຸນປະເພນີຕ່າງໆ ແລະ ໂຄ ສະນາເຜີຍແຜ່ວັດທະນະທຳອັນ ດີງາມ, ປະຫວັດສາດອັນເປັນ ມູນເຊື້ອ ແລະ ຄວາມອຸດົມສົມ ບູນຮັ່ງມີທາງດ້ານທຳມະຊາດ ທີ່ງົດງາມຂອງປະເທດລາວ. ນອກຈາກນີ້, ຍັງຈະມີກິດຈະ ກຳຕ່າງໆເຊັ່ນ:ການສຳມະນາ ການທ່ອງທ່ຽວ, ການຍ່າງ ເພື່ອ ສຸຂະພາບ, ການປະກວດ ແລະ ວາງສະແດງຮູບພາບແຫລ່ງ ທ່ອງທ່ຽວ, ການແຂ່ງຂັນ ແລະ ມອບລາງວັນ ຄຣິບວີດີໂອ, ຮູບ ເງົາສັ້ນ, ສາລະຄະດີ ແລະ ກິດ ຈະກຳອື່ນໆ.

 

- Visit Laos Visit SALANA BOUTIQUE HOTEL - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- 41225 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

 

+ ທ່ຽວຊົມຕາດຫີນຄັນນາ ແລະ ຕາດຊອນ

+ ທ່ຽວຊົມວັດພະບາດແອວຂັນແລ້ວພາກັນມາຂີ່ເຮືອແພທ່າງ່ອນ

ເປັນຕົ້ນງານບຸນເສົາຫລັກ ເມືອງ 10 ຊົນເຜົ່າ ແຂວງເຊ ກອງ, ບຸນພະບາດໂພນສັນ ແຂວງບໍລິຄຳໄຊ, ງານດອກ ງິ້ວ ບານ ແຂວງບໍ່ແກ້ວ, ບຸນຊົນ ເຜົ່າ ອາຄາ ແຂວງຫລວງນໍ້າທາ, ບຸນ ຊ້າງ ແຂວງໄຊຍະບູລີ, ບຸນວັດພູ ແຂວງຈຳປາສັກ, ບຸນພະທາດ ສີໂຄດ ແຂວງຄຳມ່ວນ, ງານບຸນ ຊ່ວງເຮືອ ແຂວງສາລະວັນ, ບຸນ ປີໃໝ່ລາວ ແຂວງຫລວງພະ ບາງ, ງານສະເຫລີມສະຫລອງ ແກ້ວຫລັກເມືອງ ແລະ ທ່ຽວຊົມ ຖໍ້າທ່ານຜູ້ນຳ ແຂວງຫົວພັນ, ບຸນຊ່ວງເຮືອ ນະຄອນຫລວງ ວຽງຈັນ, ບຸນພະທາດອີງຮັງ ແຂວງສະຫວັນນະເຂດ, ບຸນກິນ ຈຽງ ແຂວງຊຽງຂວາງ, ບຸນກິນ ຈຽງ (ຫລັກ 52) ແຂວງວຽງ ຈັນ, ບຸນກິນຈຽງ ແຂວງໄຊ ສົມ ບູນ, ງານນະມັດສະການ ພະເຈົ້າ ໄຊເສດຖາ ແຂວງອັດຕະປີ, ບຸນປີໃໝ່ຊົນເຜົ່າກຶມມຸ ແຂວງ ອຸດົມໄຊ ແລະ ບຸນຊ່ວງເຮືອ ເມືອງຂວາ ແຂວງຜົ້ງສາລີ. ພ້ອມນີ້, ຍັງມີການຈັດຂະບວນ ຄາລາວານລົດທ່ອງທ່ຽວຕາມ ເສັ້ນທາງແຫລ່ງທ່ອງທ່ຽວ ຂອງບາງແຂວງ ພາກເໜືອ ແລະ ພາກໃຕ້; ຈັດລາຍການຢ້ຽມ ຢາມແຫລ່ງທ່ອງທ່ຽວສຳລັບ ສື່ມວນຊົນ ແລະ ບໍລິສັດທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາຜະລິດຕະພັນ ແລະ ແຫລ່ງທ່ອງທ່ຽວອັນໂດດ ເດັ່ນ ຂອງສປປ ລາວ, ໂດຍສະເພາະ ແມ່ນແຫລ່ງທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ.

- swds - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

ພ້ອມນີ້, ຍັງມີກິດຈະກຳສົ່ງ ເສີມ ແລະ ໂຄສະນາປີທ່ອງທ່ຽວ ລາວ ຢູ່ຕ່າງປະເທດ ເຊັ່ນ: ການ ເຂົ້າຮ່ວມງານວາງສະແດງ ການທ່ອງທ່ຽວ ທີ່ໄດ້ເຂົ້າຮ່ວມ ເປັນປົກກະຕິໃນແຕ່ລະປີ, ການ ຈັດງານວັນລາວ ໃນໄລຍະກອງ ປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ, ເຊິ່ງຈະໄດ້ຈັດຂຶ້ນໃນ ເດືອນມັງກອນ ປີ 2018 ທີ່ຊຽງ ໃໝ່ປະເທດໄທ, ການຈັດງານ ລ້ຽງຄ໋ອກເທລ ເພື່ອໂຄສະນາປີ ທ່ອງທ່ຽວລາວ ທີ່ງານວາງສະ ແດງ ITB Berlin ປະເທດເຢຍ ລະມັນ ໃນເດືອນມີນາ 2018, ຈັດງານວັນລາວທີ່ໂຕກຽວ ປະ ເທດຍີ່ປຸ່ນໃນລະຫວ່າງເດືອນ ມິຖຸນາ 2018 ແລະ ຈັດງານ ວັນລາວ ໃນງານວາງສະແດງ ທ່ອງທ່ຽວ ITE ຢູ່ ໂຮ່ຈິມິງ ປະເທດຫວຽດນາມໃນລະ ຫວ່າງເດືອນກັນຍາ 2018ອີກດ້ວຍ.

 

- 741dfffd - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- 156450 472475186187295 1200643663 n 225x300 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- 540024312 d126e7a774 o 300x200 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- 1e9e3 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- 41swedd 300x200 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- tongtiew2 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- SPS 0094 650x435 300x201 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

- 3 - ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!