ສາວນັກແມ້ນປືນລາວ ກວາດ 2 ຫຼຽນຄຳ ຍິງປືນໄອພີເອັສຊີ ເລໂວ 3 ລາຍການຊີງແຊ໊ມນາໆຊາດ
October 17, 2017 - 3:51 PM




ສຳລັບການແຂ່ງຂັນຍິງປືນຄັ້ງນີ້ ຖືເປັນຄັ້ງທີ 2 ທີ່ ສປປ ລາວ ເຮົາຮັບກຽດເປັນ ເຈົ້າພາບ ເຊິ່ງມີການຊີງໄຊກັນ ທັງໝົດ 5 ລາຍການ ຈາກ 15 ສະໜາມ ປະກອບມີ ປະເພດ ປືນສະແຕນດາດ, ໂປດັກຊັນ, ຣິໂວນເວີ, ຄລາສສິກ ແລະ ໂອ ເພນ. ນອກຈາກນັ້ນ ກໍຍັງມີ ການແຂ່ງຂັນດວນຄວາມ ແມ້ນປະເພດຍິງປືນຊຸດອ໊ອຟ ໃນການແຂ່ງຂັນມີນັກກິລາ ເຂົ້າຮ່ວມທັງໝົດ 120 ຄົນ ໃນຂົງເຂດອາຊຽນ, ເອເຊຍ ແລະ ເອີຣົບ ເຂົ້າຮ່ວມຊີງໄຊ 7 ປະເທດ ປະກອບມີ ສປ ຈີນ, ໄທ, ຣັດເຊຍ, ຝຣັ່ງ, ແຄນາ ດາ, ສິງກະໂປ ແລະ ສປປ ລາວ. ໃນນັ້ນສະເພາະນັກກິລາ ຍິງປືນໄອພີເອັສຊີລາວ ສົ່ງ ເຂົ້າຮ່ວມແຂ່ງຂັນ 30 ຄົນ, ຍິງ 3 ຄົນ.
ຜ່ານການແຂ່ງຂັນທັງ 15 ສະໜາມຈາກ 5 ລາຍ ການດັ່ງກ່າວ ຜົນປາກົດວ່າ: ນາງ ກົງງຄຳ ບົວແສງພະຈັນ ນັກກິລາຍິງປືນຍິງທີມຊາດ ລາວ ສາມາດກວາດແຊ໊ມ ຫຼຽນຄຳ ໄດ້ເຖິງ 2 ລາຍການ ຈາກປະເພດປືນໂປດັກຊັນ ເລ ດີ້ ລະດັບນາໆຊາດ ແລະ ພາຍ ໃນປະເທດ ພ້ອມທັງໄດ້ຮັບ ຫຼຽນລາງວັນກຽດຕິຍົດ ໄອພີ ເອັສຊີໂລກ ອີກ 1 ຫຼຽນ. ຂະ ນະທີ່ ທ່ານ ສຸນັນ ວັດທະນະ ບູນ ນັກຍິງປືນລາວ ໄດ້ 2 ຫຼຽນຄຳ ປືນສະແຕນດາດ ລາຍການນາໆຊາດ ແລະ ພາຍໃນປະເທດ ແລະ ຫຼຽນ ລາງວັນກຽດຕິຍົດ ໄອພີເອັສ ຊີໂລກ ອີກ 1 ຫຼຽນເຊັ່ນກັນ. ສຳລັບແຊ໊ມປະເພດປືນ ຣິໂວນ ເວີດ, ຄລາສສິກ ແລະ ໂອເພນ ແຊ໊ມຫຼຽນຄຳ ແມ່ນຕົກເປັນ ຂອງນັກກິລາຈາກປະເທດໄທ ທັງໝົດ ສ່ວນຜົນການແຂ່ງຂັນ ຍິງປືນພາຍໃນປະເທດລາວ ກໍຍັງມີແຂງຂັນອີກ 2 ລາຍ ການ ຄື: ປະເພດປືນໂປດັກຊັນ ຊາຍ ແຊ໊ມຫຼຽນຄຳຕົກເປັນ ຂອງ ທ່ານ ເພັດນະຄອນ ພາມີ ສິດ, ຫຼຽນເງິນ ທ່ານ ປານ ດວງປະເສີດ ແລະ ຫຼຽນທອງ ທ່ານ ສິງຄຳ ສີປະເສີດ. ສ່ວນ ປະເພດປືນສະແຕນດາດຊາຍ ແຊ໊ມຫຼຽນຄຳຕົກເປັນຂອງ ທ່ານ ສຸນັນ ວັດທະນະບຸນ, ຫຼຽນເງິນ ທ່ານ ຫົງພະຈັນ ດາ ລາວົງ ແລະ ຫຼຽນທອງ ທ່ານ ອະໂນໄທ ເມືອງມະນີ.