ເກຼັກ-ອິດສະລາແອນ ເປີດປະເທດຕ້ອນຮັບພົນລະເມືອງທີ່ສັກວັກຊີນໂຄວິດ-19

ສຳນັກຂ່າວ AFP ລາຍງານວ່າ: ຜູ້ນຳເກຼັກ ແລະ ອິດສະລາແອນ ບັນລຸຂໍ້ຕົກລົງສົ່ງເສີມການທ່ອງທ່ຽວລະຫວ່າງກັນເມື່ອວັນທີ 8 ກຸມພາ ອະນຸຍາດໃຫ້ພົນລະເມືອງຂອງທັງສອງປະເທດໄດ້ຮັບການສັກວັກຊີນໂຄວິດ-19 ຄົບຖ້ວນ ສາມາດເດີນທາງເຂົ້າປະເທດໄດ້ໂດຍບໍ່ມີເງື່ອນໄຂ.
ທ່ານ Kyriakos Mitsotakis ນາຍົກລັດຖະມົນຕີເກຣັກ ກ່າວໃນລະຫວ່າງເປັນສັກຂີພິຍານໃນພິທີລົງນາມຂໍ້ຕົກລົງຮ່ວມກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີອິດສະລາແອນ ວ່າ: “ຂໍ້ຕົກລົງນີ້ຈະອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວອິດສະລາແອນທ່ອງທ່ຽວໃນປະເທດເກຣັກໄດ້ໂດຍບໍ່ມີຂໍ້ຈຳກັດ ແລະ ຂໍ້ຕົກລົງນີ້ຈະສົ່ງຜົນດີຕໍ່ເສດຖະກິດທັງສອງປະເທດຈຳນວນຫລາຍ ເມື່ອເຖິງຈຸດທີ່ມີຈຳນວນປະຊາກອນທີ່ໄດ້ຮັບການສັກວັກຊີນໂຄວິດ-19 ເປັນຈຳນວນຫລາຍ”.
ຂໍ້ຕົກລົງນີ້ຈະມີຜົນທັນທີທີ່ທັງສອງປະເທດເລີ່ມບໍລິການການບິນລະຫວ່າງກັນຕາມປົກກະຕິ. ປັດຈຸບັນ ອິດສະລາແອນເປັນປະເທດທີ່ມີປະຊາກອນໄດ້ຮັບການສັກວັກຊີນຈຳນວນຫລາຍລຳດັບຕົ້ນໆຂອງໂລກ (ຄິດຕາມອັດຕາສ່ວນປະຊາກອນ) ຈຳນວນ 3,5 ລ້ານຄົນ ຈາກປະຊາກອນທັງໝົດ 9 ລ້ານຄົນ, ສ່ວນເກຣັກ ມີຈຳນວນປະຊາກອນທີ່ໄດ້ຮັບການສັກວັກຊີນແລ້ວ 600.000 ຄົນ ຈາກຈຳນວນປະຊາກອນທັງໝົດ 11 ລ້ານຄົນ.
ນາຍົກລັດຖະມົນຕີອິດສະລາແອນ ຖະແຫລງວ່າ: ທ່ານໄດ້ຫາລືກັບນາຍົກລັດຖະມົນຕີເກຣັກ ເຖິງແນວທາງປະຕິບັດໃນການເປີດປະເທດລະຫວ່າງກັນວ່າ: ອິດສະລາແອນຈະເຮັດພາສປອດສີຂຽວ ຫລື ໃບຮັບຮອງການສັກວັກຊີນ ເປັນພາສປອດຮັບຮອງວ່າຜູ້ຖືໄດ້ຮັບການສັກວັກຊີນຮຽບຮ້ອຍ ສາມາດເດີນທາງເຂົ້າປະເທດເກຣັກໄດ້ໂດຍບໍ່ຕ້ອງຖືກກັກຕົວ.