ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ

ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ - mundo3 - ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ
ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ - kitchen vibe - ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ

ຊາຍໜຸ່ມຄົນນີ້ມີຊື່ວ່າ Austin Russell, ອາດເປັນຊື່ທີ່ຍັງບໍ່ທັນຄຸ້ນເຄີຍກັບໃຜຫຼາຍໆ ຄົນ, ອາຍຸເຂົາພຽງແຕ່ 25 ເທົ່ນນັ້ນ. ຊາຍໝຸ່ມຄົນນີ້ມາຈາກລັດ Califorina ໄດ້ກາຍເປັນເສດຖີຄົນໃໝ່ທີ່ໜຸ່ມທີ່ສຸດໃນໂລກ, ເຂົາແຈ້ງເກີດດ້ວຍບໍລິສັດ Luminar Technologies, ຊຶ່ງເປັນບໍລິສັດພັດທະນາ ແລະ ການຫັນເປັນການຄ້າທາງດ້ານລົດຍົນທີ່ບໍ່ມີຄົນຂັບ.

ເຂົາທັງເປັນຜູ້ກໍ່ຕັ້ງບໍລິສັດ ແລະ ທັງເປັນຜູ້ບໍລິຫານ, ຊຶ່ງເປັນບຸກຄົນທີ່ຫາຍາກ ທີ່ສາມາດຄອບຄອງຊັບສິນທີ່ມະຫາສານໃນຂະແໜງລົດຍົນບໍ່ມີຄົນຂັບ. ຂະນະນີ້ ເຂົາເປັນເສດຖີເງິນຕື້ທີ່ໜຸ່ມທີ່ສຸດໃນໂລກ.

ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ - Visit Laos Visit SALANA BOUTIQUE HOTEL - ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ

ປັດຈຸບັນ Austin ເຂົາມີຮຸ້ນຢູ່ໃນກຳມືເຖິງ 104,7 ລ້ານຮຸ້ນ, ເທົ່າກັບ 1/3 ຫຸ້ນທັງໝົດຂອງບໍລິສັດ Luminar, ໂດຍມີມູນຄ່າ 2,4 ຕື້ໂດລາ. ນັກລົງທຶນໃນບໍລິສັດຂອງເຂົາລວມມີເສດຖີເງິນຕື້: Peter Thiel  ຊື່ງເປັນຜູ້ຮ່ວມກໍ່ຕັ້ງພື້ນຖານຂອງການສຳລະສະສາງສະກຸນເງິນດີຈີຕອນ Pay Pal ຂອງສະຫະລັດ ແລະ ເປັນຜູ້ໃຫ້ທຶນການສຶກສາ 100.000 ໂດລາ ເປັນປະຈຳຕໍ່ຜູ້ທີ່ຮຽນເກັ່ງ ມິຄວາມມຸ່ງໝັ້ນຕາມຄວາມໄຝ່ຝັນຂອງຕົນ.

ແລະ ເຂົາຍັງເປັນຜູ້ທີ່ໃຫ້ການສະໜັບສະໜູນຕໍ່ Russell ເພື່ອສ້າງຕັ້ງບໍລິສັດ Luminar ຂຶ້ນ ແລະ ນອກຈາກນັ້ນ ເຂົາຍັງເປັນທີ່ປຶກສາຂອງຊາຍໜຸ່ມຄົນດັ່ງກ່າວ ນັບຕັ້ງແຕ່ມື້ເຂົາປະລະການຮຽນທີ່ມະຫາວິທະຍາໄລ Stanford ເພື່ອອອກໄປສ້າງອາຊີບຂອງຕົນໃນປີ 2012 ເປັນຕົ້ນມາ.

 

ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ - 3 - ເສດຖີໜຸ່ມເງິນຕື້ໂດລາ ອາຍຸພຽງ 25 ປີ, ສະຖິຕິໜຸ່ມທີ່ສຸດໃນໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!