ແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງຜູ້ໃໝ່ຮັກສາການເຈົ້າແຂວງ ອຸດົມໄຊ
February 16, 2021 - 11:13 AM
16 ກຸມພາ 2021 ທີ່ຫ້ອງວ່າການປົກຄອງແຂວງ ອຸດົມໄຊ ໄດ້ມອບ-ຮັບ ໜ້າທີ່ ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຂຶ້ນ ໂດຍແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊຜູ້ໃໝ່ພ້ອມທັງເປັນຜູ້ຮັກສາການເຈົ້າແຂວງອຸດົມໄຊ, ພ້ອມນີ້ ຍົກຍ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ ອຸດົມໄຊຜູ້ເກົ່າ ໄປຮັບໜ້າທີ່ຢູ່ຄະນະໂຄສະນາອົບຮົມສູນກາງພັກ ແລະ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຂອງນາຍົກລັດຖະມົນຕີ.