ຝົນຍັງຈະສືບຕໍ່ຕົກໄປອີກຫລາຍວັນ

- kitchen vibe - ຝົນຍັງຈະສືບຕໍ່ຕົກໄປອີກຫລາຍວັນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 11-12 ກໍລະກົດນີ້ລົມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງຍັງຈະສືບຕໍ່ປົກຄຸ້ມຢູ່ທົ່ວທຸກພາກຂອງລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ສ່ວນຫລາຍຈະຕົກໃນຕອນບ່າຍຫາຕອນກາງຄືນ. ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນ, ພ້ອມມີລົມພັດແຮງເປັນບາງໂອກາດ; ພາກເໜືອດ້ານຕາເວັນຕົກ: ອາກາດຍັງຈະຮ້ອນທຳມະດາ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ; ນະຄອນຫລວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາຕອນກາງຄືນ; ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ແລະ ພາກໃຕ້: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

- 5 - ຝົນຍັງຈະສືບຕໍ່ຕົກໄປອີກຫລາຍວັນ
- Visit Laos Visit SALANA BOUTIQUE HOTEL - ຝົນຍັງຈະສືບຕໍ່ຕົກໄປອີກຫລາຍວັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!