ຍານ Perseverance ຂອງ NASA ລົງຈອດໃນດາວອັງຄານສຳເລັດ ກ່ອນເລີ່ມພາລະກິດຄົ້ນຫາຮ່ອງຮອຍສິ່ງມີຊີວິດ

ຍານ Perseverance ຂອງ NASA ລົງຈອດໃນດາວອັງຄານສຳເລັດ ກ່ອນເລີ່ມພາລະກິດຄົ້ນຫາຮ່ອງຮອຍສິ່ງມີຊີວິດ - 021621 lg perseverance feat 1030x580 1 - ຍານ Perseverance ຂອງ NASA ລົງຈອດໃນດາວອັງຄານສຳເລັດ ກ່ອນເລີ່ມພາລະກິດຄົ້ນຫາຮ່ອງຮອຍສິ່ງມີຊີວິດ
ຍານ Perseverance ຂອງ NASA ລົງຈອດໃນດາວອັງຄານສຳເລັດ ກ່ອນເລີ່ມພາລະກິດຄົ້ນຫາຮ່ອງຮອຍສິ່ງມີຊີວິດ - kitchen vibe - ຍານ Perseverance ຂອງ NASA ລົງຈອດໃນດາວອັງຄານສຳເລັດ ກ່ອນເລີ່ມພາລະກິດຄົ້ນຫາຮ່ອງຮອຍສິ່ງມີຊີວິດ

ຍານ​ສຳ​ຫລວດ Perseverance ຂອງ​ອົງການບໍລິຫານ​ການບິນ ​ແລະ ອະວະກາດ​ແຫ່ງ​ຊາດ ຫລື NASA ລົງ​ຈອດ​ໃນ​ພື້ນຜິວ​ດາວ​ອັງຄານ​ຢ່າງ​ປອດ​ໄພ ຫລັງ​ເດີນທາງ 470 ລ້ານ​ກວ່າ​ກິ​ໂລ​ແມັດ ລວມ​ໄລຍະ​ເວລາ 6 ​ເດືອນ​ກວ່າ ພ້ອມ​ສົ່ງ​ຮູບ​ຖ່າຍ​ໃນ​ດາວ​ອັງຄານ​ຊຸດ​ທຳ​ອິດ​ກັບ​ມາ​ຫາ​ໂລກ.

ສຳລັບ​ພາລະກິດ​ຂອງ​ຍານ Perseverance ຄື​ການຄົ້ນຫາ​ສັນຍານ​ຂອງ​ສິ່ງ​ມີ​ຊີວິ​ດບູຮານ ​ໂດຍ​ຈະ​ມີ​ການ​ບັນທຶກ​ສຽງ​​ໃນ​ດາວ​ອັງຄານ​ເປັນຄັ້ງທຳ​ອິດ​ຂອງ​ມະນຸດ.

ຈຸດ​ທີ່​ຍານ​ລົງ​ຈອດ​ນັ້ນ​ເປັນ​ປ່ອງ​ລຶກ​ໃກ້​ເສັ້ນສູນ​ສູດ​ຂອງ​ດາວ​ເຄາະ​ທີ່​ເອີ້ນ​ວ່າ Jezero ​ເຊິ່ງຄາດ​ວ່າ​ເປັນ​ແອ່ງ​ທະ​ເລ​ສາບ​ບູຮານ​ເມື່ອ 3,9 ພັນ​ລ້ານ​ປີ​ກ່ອນ ​ໂດຍ​ຈະ​ມີ​ການຄົ້ນຫາ​ໄມ​ໂຄຣຟໍຊິວ​ໃນ​ຫີນ ​ແລະ ດິນ​ຂອງ​ດາວ​ອັງຄານ ​ເຊິ່ງຍານ​ໂຣ​ເວີ Perseverance ຈະ​ໃຊ້​ເວລາ 2 ປີ​ໃນ​ການ​ຂຸດ​ເຈາະ ຈາກ​ນັ້ນຈະ​ນຳ​ເອົາ​ຕົວຢ່າງ​ເດີນທາງ​ກັບ​ສູ່​ໂລກ​ພາຍ​ໃນຕົ້ນທົດ​ສະ​ວັດ 2030.

ຍານ Perseverance ຂອງ NASA ລົງຈອດໃນດາວອັງຄານສຳເລັດ ກ່ອນເລີ່ມພາລະກິດຄົ້ນຫາຮ່ອງຮອຍສິ່ງມີຊີວິດ - 5 - ຍານ Perseverance ຂອງ NASA ລົງຈອດໃນດາວອັງຄານສຳເລັດ ກ່ອນເລີ່ມພາລະກິດຄົ້ນຫາຮ່ອງຮອຍສິ່ງມີຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!