ຖືກສານຕັດສິນຈຳຄຸກມາແລ້ວ 3 ປີ ແຕ່ບໍ່ເຂັດຫຼາບ
February 20, 2021 - 11:01 AM


ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຮູ້ໃນວັນທີ 20 ກຸມ 201 ນີ້ວ່າ: ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນວັນທີ 14 ກຸມພາ ໄດ້ມີຄົນຮ້າຍມາລັກເອົາກະເປົາເງິນຢູ່ຮ້ານຂາຍເປັດແລ້ວເອົາຕົວຫຼົບໜີ, ມາຮອດວັນທີ 17 ກຸມ ພາ 2021 ເຈົ້າໜ້າທີ່ສາມາດກັກຕົວເປົ້າໝາຍຊື່: ນາງ ວັນນີ ອາຍຸ 30 ປີ, ພັກເຊົາຢູ່ບ້ານຝາຍ ເມືອງໄຊເສດຖາ ນວ.
ຈາກການສອບສວນຜູ້ກ່ຽວຍັງໄດ້ຮັບສາລະພາບວ່າ: ໃນວັນທີ 14 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກເວບຈີນສີດຳບໍ່ຕິດປ້າຍທະບຽນເລາະມາຕາມເສັ້ນທາງພໍມາຮອດເຂດບ້ານຄຳສະຫວາດໄດ້ຈອດລົດແລ້ວລົງໄປຖາມແມ່ຄ້າຮ້ານຂາຍເປັດ ແລ້ວສວຍໂອກາດຕອນເຈົ້າຂອງຮ້ານບໍ່ທັນລະວັງຕົວລັກເອົາກະເປົາເງິນທີ່ວາງໄວ້ແລ້ວຫຼົບໜີ.
ຍັງໄດ້ໃຫ້ການຕື່ມອີກວ່າ: ຜ່ານມາໄດ້ເຄື່ອນໄຫວລັກຊັບ ແລະ ຖືກສານຕັດສິນຈຳຄຸກມາແລ້ວ 1 ຄັ້ງ, ຖືກຕັດອິດສະລະພາບໄລຍະ 3ປີ ແຕ່ຍັງບໍ່ເຂັດຫຼາບຍັງອອກເຄື່ອນໄຫວລັກຊັບອີກ 7 ຄັ້ງ.