ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ

ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ - Boeing 777 United Airlines - ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ
ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ - kitchen vibe - ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ

ສາຍ​ການບິນ​ຢູ​ໄນ​ເຕັດ​ ​ແອ​ລາຍ ລະບຸ​ວ່າ: ປັດຈຸບັນ​ໄດ້​ໂຈະ​ການ​ຂຶ້ນບິນ​ຂອງ​ເຮືອບິນ​ໂບອິ້ງ 777 ທັງ​ໝົດ 24 ລຳ ຫລັງ​ຈາກ​ເຮືອບິນ​ລຸ້ນດັ່ງກ່າວ​ເກີດ​ເຫດ​ເຄື່ອງ​ຈັກ​ຢູ່​ປີກ​ຂວາ​ໄຟ​ໄໝ້ ຫລັງ​ຈາກ​ຂຶ້ນບິນ​ໄດ້​ບໍ່​ດົນ, ​ແຕ່​ເຄາະ​ດີ ນັກ​ບິນ​ສາມາດ​​ນຳ​ເອົາ​ເຮືອບິນ​ລົງ​ຈອດ​ສຸກ​ເສີນ​ໄດ້​ທັນ ບໍ່​ມີ​ຜູ້​ບາດ​ເຈັບ ຫລື ​ເສຍ​ຊີວິດ.

ຖ້ຽວ​ບິນ​ທີ່​ເຄື່ອງ​ຈັກ​ໄຟ​ໝ້ ມີ​ຜູ້​ໂດຍສານ 231 ຄົນ, ຈຸ​ບິນ 10 ຄົນ ​ເກີດ​ເຫດ​ຂຶ້ນຂະນະ​ທີ່​ເຮືອບິນ​ຂຶ້ນຈາກ​ສະໜາມ​ບິນ​ເດນ​ເວີ ​ໃນ​ອາ​ເມ​ລິ​ກາ ​ໄດ້​ບໍ່​ດົນ. ການ​ໄໝ້​ຂອງ​ເຄື່ອງ​ຈັກ​ສ້າງ​ຄວາມ​​ແ​ຕກຕື່ນ​ໃຫ້​ຜູ້​ໂດຍສານ ​ແລະ ຍັງ​ເຮັດ​ໃຫ້​ຊາກ​ເຮືອບິນ​ຕົກລົງ​ໄປ​ໃນພື້ນດິນ ​ໃກ້​ກັບ​ເຂດ​ທີ່ຢູ່​ອາ​ໄສ.

ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ - Visit Laos Visit SALANA BOUTIQUE HOTEL - ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ
ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ - Visit Laos Visit SALANA BOUTIQUE HOTEL - ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ

ຂະນະ​ດຽວ​ກັນ, ຍີ່ປຸ່ນ​ໄດ້​ສັ່ງ​ໃຫ້​ທຸກ​ສາຍ​ການບິນ​ໂຈະ​ການ​ຂຶ້ນບິນ​ຂອງ​​ໂບອິ້ງ 777 ທີ່​ໃຊ້​ເຄື່ອງ​ຈັກ “​ແພຣດ ​ແອນ ວິດ​ນີ 4000” ​ແບບ​ດຽວ​ກັບ​ລຸ້ນທີ່​ມີ​ບັນຫາ.

ສ່ວນ​ບໍລິສັດ ​ໂບອິ້ງ ກ່າວ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ຍີ່ປຸ່ນ. ຂະນະ​ທີ່​ບໍລິສັດ​ໄດ້​ກວດ​ສອບ​ເຮືອບິນ​ລຸ້ນດັ່ງກ່າວ. ມີ​ຂໍ້​ມູນ​ວ່າ: ປັດຈຸບັນ​ທົ່ວ​ໂລກ​ໃຊ້​ເຮືອບິນ​ລຸ້ນນີ້​ໃຫ້​ບໍລິການ​ປະມານ 69 ລຳ.

ສ່ວນ​ອົງການ​ບໍລິຫານ​ການບິນ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຫລື FAA ບອກ​ວ່າ: ຢູ່​ອາ​ເມ​ລິ​ກາ​ມີ​ພຽງ​ສາຍ​ການບິນ​ຢູ​ໄນ​ເຕັດ ​ແອ​ລາຍ ທີ່​ໃຊ້​ເຮືອບິນ​ລຸ້ນນີ້. ນອກ​ນັ້ນ ​ເຮືອບິນ​ລຸ້ນດັ່ງກ່າວ​ໃຫ້​ບໍລິການ​ຢູ່​ໃນ​ຍີ່ປຸ່ນ ​ແລະ ສ.​ເກົາຫລີ.

ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ - 4 - ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ
ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ - 5 - ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ
ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ - 3 - ໂຈະການບິນຂອງເຮືອບິນ “ໂບອິ້ງ 777” ເຮືອບິນລຸ້ນໄຟໄໝ້ກາງອາກາດ