ເວເນຊູເອລາຂັບໄລ່ທູດອາເມລິກາ ເພາະຖືກຂວ້ຳບາດຮອບໃໝ່ຫລັງເລືອກຕັ້ງ


ປະທານາທິບໍດີຂອງເວເນຊູເອລາສັ່ງຂັບໄລ່ອຸປະທູດ ແລະ ນັກການທູດລະດັບສູງຂອງອາເມລິກາອອກນອກປະເທດພາຍໃນ 48 ຊົ່ວໂມງ ຕອບໂຕ້ທີ່ຖືກອາເມລິກາປະກາດຂວ້ຳບາດຮອບໃໝ່ ຫລັງການເລືອກຕັ້ງປະທານາທິບໍດີ ໃນວັນທີ 20 ພຶດສະພາ.
ປະທານາທິບໍດີ ມາດູໂຣ ກ່າວຫາທ່ານ ທອດ ໂຣບິນສັນ ອຸປະທູດອາເມລິກາວ່າ: ພົວພັນໃນແຜນຄົບຄິດທາງທະຫານ, ຂະນະທີ່ສະຖານທູດອາເມລິກາແຊກແຊງເລື່ອງທະຫານ, ເສດຖະກິດ ແລະ ການເມືອງ, ທ່ານຈະນຳເອົາຫລັກຖານມາຢືນຢັນໃນມໍ່ໆນີ້ ພ້ອມກັບປະກາດວ່າບໍ່ວ່າແຜນຄົບຄິດ ຫລື ການຂວ້ຳບາດກໍບໍ່ສາມາດຖ່ວງດຶງເວເນຊູເອລາໄດ້. ສ່ວນທ່ານ ໂຣບິນສັນ ທີ່ເຂົ້າຮັບຕຳແໜ່ງໃນເດືອນທັນວາ ຖະແຫລງຢູ່ເມືອງເມີຣິດາ ທາງຕາເວັນຕົກຂອງເວເນຊູເອລາວ່າ: ຂໍປະຕິເສດຂໍ້ກ່າວຫາດັ່ງກ່າວ, ທ່ານເດີນທາງມາເມືອງນີ້ເປັນເທື່ອທຳອິດ ແລະ ຈະບໍ່ແມ່ນຄັ້ງສຸດທ້າຍ, ສ່ວນໂຄສົກກະຊວງຕ່າງປະເທດອາເມລິກາປະຕິເສດຂໍ້ກ່າວຫາຂອງຜູ້ນຳເວເນຊູເອລາວ່າເປັນຂໍ້ກ່າວຫາປອມ.
ຂະນະດຽວກັນ, ລັດຖະມົນຕີການຄ້າເວເນຊູເອລາ ໃຫ້ສຳພາດວ່າ: ມາດຕະການຂວ້ຳບາດຮອບໃໝ່ຂອງອາເມລິກາຈະກະທົບລະບົບການເງິນຂອງເວເນຊູເອລາຢ່າງຮ້າຍແຮງ, ມາດຕະການຂວ້ຳບາດຜ່ານມາຈຳກັດສະເພາະຊັບສິນຂອງສະມາຊິກລັດຖະບານ, ແຕ່ມາດຕະການທີ່ປະທານາທິບໍດີ ໂດນັນ ທຣຳ ປະກາດຄຳສັ່ງບໍລິຫານໃນວັນທີ 21 ພຶດສະພາ ເປັນການຈຳກັດໂອກາດທີ່ເວເນຊູເອລາຈະຈຳໜ່າຍຊັບສິນຂອງລັດ ເພາະຫ້າມພົນລະເມືອງອາເມລິກາກ່ຽວຂ້ອງກັບການຈຳໜ່າຍນ້ຳມັນ ແລະ ສິນຄ້າອື່ນໆຂອງເວເນຊູເອລາ, ເຖິງວ່າເວເນຊູເອລາຍັງສາມາດສົ່ງເຊື້ອໄຟ ແລະ ນ້ຳມັນດິບໄປອາເມລິກາໄດ້ຄືເກົ່າກໍຕາມ. ເປົ້າໝາຍຂອງມາດຕະການໃໝ່ຄືພີດີວີເອສເອ ບໍລິສັດໂຮງກັ່ນນ້ຳມັນຂອງທາງການເວເນຊູເອລາທີ່ຕັ້ງຢູ່ໃນອາເມລິກາ ເພາະຖ້າບໍລິສັດນີ້ຈຳໜ່າຍນ້ຳມັນໄດ້ຍາກ, ເວເນຊູເອລາຈະຍິ່ງມີເງິນຕາຕ່າງປະເທດຫລຸດລົງ ເຮັດໃຫ້ວິກິດເສດຖະກິດຍິ່ງຮ້າຍແຮງ ເພີ່ມແຮງກົດດັນຕໍ່ປະທານາທິບໍດີ ມາດູໂຣ.