ຫວຽດນາມ ກຽມຈະກ້າວສັກວັກຊີນຕ້ານໂຄວິດ-19 ໃຫ້ປະຊາຊົນໂດຍບໍ່ໄດ້ເສຍຄ່າ


ລາຍງານຂ່າວຈາກ ຫວຽດນາມ ເມື່ອວັນທີ 23 ກຸມພານີ້ ໃຫ້ຮູ້ວ່າ ໃນໄລຍະຍາວ ລັດຖະບານຫວຽດນາມ ຈະດຳເນີນການສັກວັກຊີນຕ້ານໂຄວິດ-19 ໃຫ້ກັບປະຊາຊົນໃນຂະບວນການສັກວັກຊີນທົ່ວໄປ ໂດຍບໍ່ໄດ້ເສຍຄ່າ.
ຄະນະສະເພາະກິດຊີ້ນຳການປ້ອງກັນ ແລະ ຕ້ານໂຄວິດ-19 ໄດ້ປຶກສາຫາລືບາງບັນຫາທີ່ພົວພັນເຖິງການສັກວັກຊີນປ້ອງກັນໂຄວິດ-19. ນອກຈາກການສັກໂດຍບໍ່ໄດ້ເສຍຄ່າແລ້ວ, ວັກຊີນຈຳນວນໜຶ່ງ ຍັງຈະໄດ້ສັກບໍລິການໃຫ້ກັບຜູ້ທີ່ມີຄວາມສາມາດຈ່າຍເງິນເອົາເອງໄດ້.
ຫວຽດນາມໄດ້ມີຄວາມພະຍາຍາມ ເພື່ອໃຫ້ໄດ້ວັກຊີນຕ້ານໂຄວິດ-19 ໄວທີ່ສຸດ ແຕ່ບໍ່ໝາຍຄວາມວ່າໃຫ້ມີວັກຊີນຢ່າງພຽງພໍບາດດຽວ ຈຶ່ງຈຳເປັນຕ້ອງແບ່ງອອກເປັນກຸ່ມເປົ້າໝາຍບູລິມະສິດ, ແຕ່ເຖິງຢ່າງໃດກໍຕາມ ໃນໄລຍະຍາວ ຈະກ້າວໄປເຖິງບ່ອນໃຫ້ໄດ້ສັກວັກຊີນຕ້ານໂຄວິດ-19 ໃຫ້ໄດ້ທົ່ວເຖິງ ແລະ ສົມບູນແບບທີ່ສຸດ.
ບັນດາຜູ້ຊ່ຽວຊານໃຫ້ຮູ້ວ່າ ວັກຊີນ Astra Zeneca ທີ່ກຳລັງນຳສົ່ງເຂົ້າມາຫວຽດນາມນັ້ນ ໄດ້ຮັບການທົດສອບຈາກອົງການອະນາໄມໂລກແລ້ວ, ເມື່ອມາເຖິງຫວຽດນາມກໍສາມາດສັກໄດ້ເລີຍ.
ເມື່ອວັນທີ 15 ກຸມພາຜ່ານມາ, ຮອງລັດຖະມົນຕີກະຊວງສາທາລະນະສຸກຂອງຫວຽດນາມ ເຈືອງກວັກເກື່ອງ ໃຫ້ຮູ້ວ່າ ຫວຽດນາມໄດ້ຮັບວັກຊີນຊ່ວຍເຫຼືອເກືອບ 4,9 ລ້ານໂດສ ແລະ ຊື້ເພີ່ມອີກ 100.000 ໂດສ ແລະ ຈະມາເຖິງຫວຽດນາມໃນທ້າຍເດືອນນີ້.
ໃນຈຳນວນວັກຊີນດັ່ງກ່າວ, ເບື້ອງຕົ້ນຈະສັກ 1 ເຂັມໃຫ້ກັບ 5 ລ້ານຄົນກ່ອນ ແລະ ຈາກນັ້ນ 3 ເດືອນຈະສືບຕໍ່ສັກເຂັມທີສອງ. ກະຊວງສາທາລະນະສຸກໃຫ້ຮູ້ວ່າ ຈະມີແຕ່ 2 ຫາ 5 ລ້ານກໍລະນີ ທີ່ເປັນເປົ້າໝາຍບູລິມະສິດ ຊຶ່ງເປັນກຸ່ມປະຈັນບານກັບການຕ້ານ ແລະ ສະກັດກັ້ນກັບພະຍາດໂດຍກົງ.