ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ

ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ - 013 - ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ
ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ - kitchen vibe - ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ

ໃນວັນທີ 24 ກຸມພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ມີກອງປະຊຸມປຶກສາຫາລື ແຜນທີ່ຈະສືບຕໍ່ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ຫລ້າສຸດປະຕິບັດສຳເລັດ 82,96%, ໂດຍການເປັນປະທານ ຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ທ່ານເຈົ້າເມືອງໂພນທອງ, ຫົວໜ້າດ່ານສາກົນວັງເຕົ່າ ແລະ ບໍລິສັດ ພົງຊັບທະວີ ຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມ.

ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2013, ມູນຄ່າກໍ່ສ້າງໂຄງການ 98.3 ຕື້ກີບ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ພົງຊັບທະວີ ເປັນຜູ້ຮັບເໝົາກໍ່ສ້າງ ໃນສັນຍາ 36 ເດືອນ ປະກອບມີ 7 ໜ້າວຽກໃຫຍ່ ຄື: ວຽກກໍ່ ສ້າງອາຄານດ່ານ; ວຽກກໍ່ສ້າງອາຄານຫໍພັກ; ວຽກກໍ່ສ້າງທາງເບຕົງ; ວຽກກໍ່ສ້າງຫ້ອງນ້ຳ; ວຽກກໍ່ສ້າງອາຄານສີດພົ່ນ-ຂ້າເຊື້ອ; ເຄື່ອງເຟີນິເຈີຄົບຊຸດ, ກ້ອງວົງຈອນ ແລະ ລະບົບ IT ແລະ ລະບົບດັບເພີງ ແລະ ນ້ຳປະປາຮັບໃຊ້ດ່ານ. ດຳເນີນຈົນມາຮອດ ປີ 2018, ຈາກການກວດກາປະເມີນຄວາມຄືບໜ້າຂອງໂຄງການຫລ້າສຸດ ປະຕິບັດສຳເລັດ 82,96%, ຍ້ອນພົບຄວາມຫຍຸ້ງຍາກດ້ານງົບປະມານ ປັດຈຸ ບັນຈຶ່ງເຮັດໃຫ້ໂຄງການກໍ່ສ້າງດັ່ງກ່າວໄດ້ ຢຸດຕິການກໍ່ສ້າງ. ເພື່ອສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ໃຫ້ເປັນດ່ານສາກົນທີ່ທັນສະໄໝໃຫ້ສຳເລັດ ກອງປະຊຸມຈຶ່ງໄດ້ມີການຄົ້ນຄວ້າ ແລກ ປ່ຽນຄຳຄິດຄຳເຫັນ ຈາກຜູ້ຕາງໜ້າຈາກກະຊວງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕົກລົງເຫັນດີໃຫ້ມີການກວດກາ, ປະເມີນຄືນໃໝ່ ຄວາມຄືບໜ້າຂອງໂຄງການ ແລະ ເປັນການຊຸກຍູ້ໃຫ້ໂຄງ ການໄດ້ສຳເລັດຕາມແຜນການ ກໍຄື ການຊອກແຫລ່ງທຶນຈາກບ້ວງໃດໜຶ່ງ, ຈັດສັນງົບປະມານຊ່ວຍໃນການຊຳລະສະສາງໂຄງການ ໃຫ້ເໝາະສົມກັບໜ້າວຽກທີ່ປະຕິບັດສຳເລັດຕາມແຜນການ ປະກອບ ສ່ວນເຂົ້າໃນແຜນພັດທະນາພື້ນຖານໂຄງລ່າງຂອງແຂວງຈຳປາສັກ, ຍຸດທະສາດການພັດທະນາພື້ນ ຖານໂຄງລ່າງ ໂຍທາທິການ ແລະ ຂົນສົ່ງ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດເປັນສູນກາງທາງຜ່ານ ຂອງບັນດາປະເທດໃນພາກພື້ນ ແລະ ສາກົນ ເປັນທ່າແຮງສຳຄັນຕໍ່ການເຊື່ອມໂຍງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ - Visit Laos Visit SALANA BOUTIQUE HOTEL - ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ
ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ - 3 - ປຶກສາຫາລື ແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ  ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານສາກົນ ທີ່ທັນສະໄໝ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!