ປະທານາທິບໍດີ ໂຈໄບເດັນ ແຕ່ງໃຫ້ລັດຖະມົນຕີກະຊວງການຕ່າງປະເທດ ລົມສາຍກັບ ຈີນຢູ່ Alaska ເປັນເທື່ອທຳອິດ


ລາຍງານຂ່າວຕ່າງປະເທດ ວັນທີ 11 ມີນານີ້ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ສະຫະລັດ ແຈ້ງໃຫ້ຊາບວ່າ ທ່ານລັດຖະມົນຕີກະຊວງການຕ່າງປະເທດ Antony Blinken ແລະ ທີ່ປຶກສາດ້ານຄວາມສະຫງົບແຫ່ງຊາດ Jake Sullivan ຈະໂລມສາຍເປັນຄັ້ງທຳອິດກັບເຈົ້າໜ້າທີ່ຂອງ ຈີນ ຢູ່ໃນ Alaska ໃນສະໃໝຂອງປະທານາທິບໍດີ ສະຫະລັດ ໂຈໄບເດັນ.
ສຳນັກຂ່າວ RT ໂດຍອ້າງຄຳຖະແຫຼງການສັ້ນໆ ຂອງລັດຖະມົນຕີການຕ່າງປະເທດສະຫະລັດໃນວັນທີ 10 ມີນານີ້ວ່າ ບັນດາເຈົ້າໜ້າທີ່ລະດັບຕົ້ນໆ ຂອງຂອງສະຫະລັດ ໄດ້ມີແຜນໂອ້ລົມຫຼາຍບັນຫາກັບຫົວໜ້າຫ້ອງການຄະນະກຳມະການຕ່າງປະເທດຂອງພັກຄອມມຸຍນິດຂອງຈີນ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ຫວັງອີ້.
ຄາດວ່າການໂອ້ລົມຈະເລີ່ມຂຶ້ນພາຍຫຼັງທ່ານ Blinken ພົບປະກັບເຈົ້າໜ້າທີ່ທາງການຂອງຍີ່ປຸ່ນ ແລະ ເກົາຫຼີໃຕ້, ຊຶ່ງເປັນສອງປະເທດ ທີ່ສະຫະລັດຖືວ່າ ເປັນພັນທະມິດທີ່ສະໜິດສະໜົມທີ່ສຸດໃນພາກພື້ນ ອາຊີ ຂອງວໍຊິງຕັນ.
ກຳນົດການດັ່ງກ່າວມີຂຶ້ນ ພາຍຫຼັງ ໜຶ່ງວັນ ທີ່ລັດຖະມົນຕີການຕ່າງປະເທດຈີນປະກາດວ່າ ປັກກິງຈະເພີ່ມທະວີການຮ່ວມມືກັບ ມົສໂກ ເປັນພິເສດເພື່ອຕ້ານກັບການໂຄສະນາຂໍ້ມູນຂ່າວສານທີ່ບໍ່ເປັນທາງການ ຫຼື ບໍ່ມີຄວາມຈິງຂອງພວກຕາເວັນຕົກ, ນັ້ນຖືວ່າເປັນການແຊກແຊງເຂົ້າໃນກິດຈະການພາຍໃນຂອງຕ່າງປະເທດ, ຊຶ່ງລວມທັງບັນຫາ “ການປະຕິວັດສີ” ເຊິ່ງເຄີຍໄດ້ຮັບການສະໜັບສະໜູນຈາກສະຫະລັດ ແລະ ພັນທະມິດຂອງເຂົາ.
ທ່ານ ຫວັງອີ້ ໄດ້ກ່າວອອກຊື່ໂດຍຕົງວ່າ ສະຫະລັດ ສະຫະລັດເປັນໄພຂົ່ມຂູ່ຕໍ່ອະທິປະໄຕຂອງຈີນ. ແຕ່ທ່ານກໍຍັງຢືນຢັນວ່າ ປັກກິງພ້ອມທີ່ຈະການຮ່ວມມືກັບ ວໍຊິງຕັນ ແລະ ຈະບໍ່ເປັນຝ່າຍສ້າງການກີດຂວາງໃດໆກ່ອນຕໍ່ກັບສາຍພົວພັນຂອງສອງຝ່າຍ.
ບັນດານັກສັງເກດການໃຫ້ທັດສະນະວ່າ ຄຳຖະແຫຼງການດັ່ງກ່າວຂອງ ວໍຊິງຕັນ ຍັງສະແດງໃຫ້ເຫັນວ່າ ທ່ານ ໄບເດັນ ຍັງຈະສືບຕໍ່ຮັກສານະໂຍບາຍແຂງກ້າວຕໍ່ປັກກິງຕໍ່ໄປ ແຕ່ຕ່າງກັບອະດີດປະທານາທິບໍດີຄົນເກົ່າ ໂດນັລທຣຳ , ໄບເດັນຈະໃຫ້ການຮ່ວມມືກັບພັນທະມິດ ແລະ ຄູ່ຮ່ວມມື ເພື່ອພ້ອມກັນດຳເນີນການ.