4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ

4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ -                                                                                                                              2019 - 4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ
4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ - kitchen vibe - 4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ

ເມື່ອຄົບເວລາ 1 ປີ ທ່ານເຄີຍຮູ້ສຶກຫລືບໍ່ວ່າໂຕທ່ານເອງອາດຈະມີນິໄສບໍ່ດີທີ່ເຮັດໃຫ້ຄົນອ້ອມຂ້າງ ຫລື ຄົນຮັກຮູ້ສຶກບໍ່ດີ. ດັ່ງນັ້ນ, ເມື່ອປ່ຽນເຂົ້າສູ່ປີໃໝ່ ທ່ານຈຶ່ງຄວນກຳຈັດຄວາມເອົາແຕ່ໃຈ ແລະ ນິໄສບໍ່ດີຕ່າງໆອອກໄປ ແລ້ວເລີ່ມຕົ້ນການເປັນຄົນໃໝ່ທີ່ດີກ່ວາເກົ່າ, ແຕ່ຖ້າທ່ານຍັງບໍ່ຮູ້ວ່ານິໄສບໍ່ດີເຫລົ່ານັ້ນມີຫຍັງແດ່ ມາເບິ່ງ 4 ນິໄສບໍ່ດີທີ່ອາດຈະເຮັດໃຫ້ທັງໂຕທ່ານ ແລະ ຄວາມຮັກຈືດຈາງໄດ້ ດັ່ງຕໍ່ໄປນີ້ :

4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ - twelve constellations 300x210 - 4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ

4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ - Visit Laos Visit SALANA BOUTIQUE HOTEL - 4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ
  1. ບໍ່ຟັງຄົນອື່ນ : ນິໄສບໍ່ມັກຟັງຄວາມຄິດເຫັນຂອງຄົນອື່ນ ແລະ ມັກຄິດໄປເອງ ຖືວ່າເປັນນິໄສທີ່ຈະທຳລາຍຄວາມຮັກຂອງທ່ານໄດ້ຫລາຍທີ່ສຸດ ເພາະຈະສະແດງໃຫ້ເຫັນວ່າທ່ານເກືອບບໍ່ສົນໃຈຄົນອື່ນນອກຈາກໂຕທ່ານເອງ ຍິ່ງດົນໄປກໍອາດຈະຍິ່ງເຮັດໃຫ້ທ່ານເບິ່ງເປັນຄົນເຫັນແກ່ໂຕຫລາຍຂຶ້ນ. ດັ່ງນັ້ນ, ຈຶ່ງຄວນຖິ້ມນິໄສນີ້ໂດຍໄວ ແລະ ຮັບຟັງຄົນອື່ນຂຶ້ນຕື່ມ ເພື່ອໃຫ້ທ່ານກັບມາເປັນຄົນຮັກທີ່ດີຕໍ່ໄປ.
  2. ບໍ່ປ່ອຍວາງ : ການບໍ່ປ່ອຍວາງໃນອະດີດມັກຈະເປັນບັນຫາໃຫຍ່ທີ່ເຮັດໃຫ້ຄູ່ຮັກຫລາຍຄູ່ຜິດຖຽງກັນຈົນເລີກລາກັນມາແລ້ວ ດັ່ງນັ້ນ ຖ້າທ່ານຮູ້ໂຕວ່າເປັນຄົນທີ່ມັກເອົາເລື່ອງໃນອະດີດຂຶ້ນມາເວົ້າ ຫລື ເລື່ອງແຟນເກົ່າຂອງເຂົາມາເວົ້າຕອກຍຳ້ຊຳ້ເຕີມໃນຍາມຜິດກັນ ໃຫ້ທ່ານຢຸດນິໄສນີ້ທັນທີ ບໍ່ດັ່ງນັ້ນຄວາມຮັກຂອງທ່ານພັງແນ່ນອນ.
  3. ຍຶດຕິດກັບຄວາມຄິດຄົນອື່ນ : ການຍຶດຕິດກັບຄວາມຄິດເຫັນຂອງຄົນອື່ນທີ່ບໍ່ວ່າຈະເປັນຄົນໃນໂລກອອນລາຍ ຫລື ຄົນໃນໂລກຄວາມຈິງ ອາດຈະເຮັດໃຫ້ທ່ານຮູ້ສຶກບໍ່ດີໃນການໃຊ້ຊີວິດ ແລະ ພານມາສູ່ເລື່ອງຂອງຄວາມຮັກໄດ້ ທັງຍັງຈະຍິ່ງເພີ່ມບັນຫາໃຫ້ຫລາຍ ເພາະຄົນຮັກຂອງທ່ານຈະຮູ້ສຶກໄຮ້ໂຕຕົນ, ເວົ້າໄປແລ້ວທ່ານບໍ່ຄິດຈະຟັງ ແລະ ທ່ານເອງກໍອາດຈະໂທດວ່າເປັນຄວາມຜິດຂອງຄົນຮັກນຳອີກ. ດັ່ງນັ້ນ, ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງຍ້ອນປາກຄົນອື່ນ ກໍຄວນເອົາໃຈໃສ່ຄວາມຮູ້ສຶກຕົນເອງ ແລະ ເອົາໃຈໃສ່ຄວາມຮູ້ສຶກຂອງຄົນຮັກໃຫ້ຫລາຍຂຶ້ນ.
  4. ມັກເອົາຊະນະ : ໜຶ່ງໃນນິໄສຂອງແມ່ຍິງທີ່ອາດຈະພາໃຫ້ຄວາມຮັກຈືດຈາງໄດ້ງ່າຍໆ ກໍຄື ການມັກເອົາຊະນະ ເມື່ອໃດທີ່ເກີດບັນຫາຜິດຖຽງກັນ ຫລື ແມ່ນແຕ່ເລື່ອງເລັກນ້ອຍໃນຊີວິດປະຈຳວັນ ທ່ານກໍຈ້ອງແຕ່ຈະເອົາຊະນະຄົນຮັກ ການຢູ່ຮ່ວມກັນຍ່ອມບໍ່ມີຄວາມສຸກ ແລະ ຖ້າເມື່ອໃດຄົນຮັກເກີດບໍ່ຢາກງໍ້ ຫລື ຮູ້ສຶກເບື່ອ ທ່ານກໍຈະກາຍເປັນຄົນຖືກຖິ້ມໄດ້ແບບງ່າຍໆຄືກັນ.
  • ຖ້າທ່ານຢາກໃຫ້ຄວາມຮັກຍືນຍາວ ແລະ ປັບປ່ຽນໃຫ້ຕົນເອງເປັນຄົນທີ່ໜ້າຮັກຫລາຍຂຶ້ນ ຄວນໂຍນຖິ້ມ 4 ນິໄສນີ້ໄປກັບປີເກົ່າ ແລ້ວປ່ຽນເປັນຄົນໃໝ່ທີ່ດີຂຶ້ນກ່ວາເກົ່າ, ຮັບຟັງຄວາມຄິດເຫັນອື່ນໆຫລາຍຂຶ້ນ, ບໍ່ສົນໃຈກັບຄວາມຄິດເຫັນຂອງຄົນອື່ນຫລາຍເກີນໄປ, ພ້ອມປ່ອຍວາງ ແລະ ລົມກັບຄົນຮັກຢ່າງມີເຫດຜົນ ພຽງເທົ່ານີ້ຊີວິດຄວາມຮັກຂອງທ່ານກໍຈະໝັ້ນຄົງຍືນຍາວຂຶ້ນແນ່ນອນ.
4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ - 3 - 4 ນິໄສບໍ່ດີທີ່ຄວນໂຍນຖິ້ມໄປນຳປີເກົ່າ ຖ້າບໍ່ຢາກໃຫ້ຄວາມຮັກຈືດຈາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!