ປີ 2020 ຜ່ານມາ ແຂວງໄຊສົມບູນ ສາມາດບັນລຸ GDP ໄດ້ 1.097,63 ຕື້ກີບ


ກອງປະຊຸມສະຫລຸບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ຂອງພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນ ວັນທີ 12 ມີນານີ້ ທີ່ສະໂມສອນເມືອງອະນຸວົງ, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ.


ໂອກາດນີ້ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຜ່ານບົດສະຫລຸບ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ວ່າ: ຕະຫລອດໄລຍະ 1 ປີຜ່ານມາ ສາມາດຍາດໄດ້ຜົນສຳເລັດວຽກງານທີ່ພົນເດັ່ນຫລາຍດ້ານ ເປັນຕົ້ນແມ່ນອັດຕາການເຕີບໂຕເສດຖະກິດ ຢູ່ໃນລະດັບ 5%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.097,63 ຕື້ກີບ, ສະເລ່ຍໃສ່ຫົວຄົນບັນລຸໄດ້ 11,38 ລ້ານກີບ/ຄົນ/ປີ, ສາມາດເກັບລາຍຮັບບັນລຸໄດ້ 375,38 ຕື້ກີບ ເທົ່າກັບ 117,10% ຂອງແຜນການ, ເອົາໃຈໃສ່ຄຸ້ມຄອງການປະຕິບັດຈ່າຍງົບປະມານໄດ້ 313,46 ຕື້ກີບ ເທົ່າກັບ 97,26% ຂອງແຜນການ, ທຽບໃສ່ປີ 2019 ຫລຸດລົງ 3,77 ຕື້ກີບ. ແຂວງມີລາຍຮັບເກີນດູນ 54,80 ຕື້ກີບ, ສາມາດສ້າງມູນຄ່າໃນການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ (ບໍ່ລວມແຮ່ທາດ) ບັນລຸໄດ້ 34,57 ຕື້ກີບ ເທົ່າກັບ 151,19% ຂອງແຜນການປີ, ມູນຄ່າການນຳເຂົ້າ ແລະ ສົ່ງອອກ ບັນລຸໄດ້ 96.652 ໂດລາສະຫະລັດ ເທົ່າກັບ 19,33% ຂອງແຜນການປີ, ຈຳໜ່າຍກະແສໄຟຟ້າ ບັນລຸໄດ້ 37,65 ລ້ານໂດລາ, ບໍລິສັດພູເບ້ຍມາຍນິງ (ບໍ່ພູຄຳ) ສາມາດຂຸດຄົ້ນໄດ້ 7,15 ລ້ານໂຕນ ເທົ່າກັບ 110%, ບໍ່ຫ້ວຍຊາຍ ຂຸດຄົ້ນໄດ້ 2,70 ລ້ານໂຕນ ເທົ່າກັບ 123% ຂອງແຜນການປີ, ມູນຄ່າຈໍລະຈອນສິນຄ້າ ບັນລຸໄດ້ 158,22 ຕື້ກີບ ນອກນີ້ ຍັງສຳເລັດໜ້າວຽກ 100% ແລະ ມອບຮັບໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ຂົວນ້ຳຍອນ ຫາ ບ້ານລ້ອງແຈ້ງ, ໂຄງການກໍ່ສ້າງທາງປູຢາງ ແລະ ປູແຮ່ ແຕ່ບ້ານຜາສະຫງົບ ຫາບ້ານວຽງທອງ ແລະ ໄດ້ສຳເລັດການກໍ່ສ້າງ ແລະ ມອບຮັບລະບົບນຳປະປາບ້ານອອມເມືອງອະນຸວົງ.
ພ້ອມນີ້, ກໍສາມາດເກັບກ່ຽວເຂົ້າໃນເນື້ອທີ່ 11.389,43 ເຮັກຕາ, ຜົນຜະລິດໄດ້ 36.923,17 ໂຕນ ເທົ່າກັບ 92,58% ຂອງແຜນການການປີ ທົ່ວແຂວງມີສັດລ້ຽງທັງໝົດ 382.021 ໂຕ, ດ້ານການລົງທຶນຂອງລັດ ມີທັງໝົດ 183 ໂຄງການ, ມູນຄ່າ3.969,18 ຕື້ກີບ ແລະ ໄດ້ຮັບການທຶນອະນຸມັດທັງໝົດ 151,90 ຕື້ກີບ, ການລົງທຶນເອກະຊົນສາມາດຊຸກຍູ້ ແລະ ດຶງດູດການລົງທຶນເອກະຊົນ ລວມມີ 14 ໂຄງການ, ສາມາດຍາດແຍ່ງບັນດາໂຄງການຊ່ວຍເຫລືອທາງການ ເພື່ອພັດທະນາ 8 ໂຄງການ ສາມາດລຶບລ້າງຄອບຄົວທຸກຍາກ ໃຊ້ໄດ້ 842 ຄອບຄົວ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 7 ບ້ານ, ສ້າງຄອບຄົວຕົວແບບດ້ານກະສິກຳ ໃຫ້ໄດ້ 100 ຄອບຄົວ, ສ້າງຄອບຄົວພັດທະນາ ໃຫ້ໄດ້ 1.073 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 3 ບ້ານ ແລະ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 1 ແຫ່ງ ສ່ວນວຽກງານດ້ານອື່ນໆກໍ່ໄດ້ມີການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ.