ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ

ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ - get 71 3 - ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ
ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ - kitchen vibe - ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ

ວັນ​ທີ 29 ມີນາ, ສຳນັກ​ຂ່າວ​ຊິນ​ຮົວລາຍ​ງານ​ວ່າ: ຈີນ​ບັນລຸ​ຜົນສຳ​ເລັດ​ໃນ​ການປາບ​ປາມ​ແກ້ງ​ອາ​ຊະ​ຍາ​ກຳ​ລະດັບ​ປະ​ເທດ ​ໂດຍ​ທຳລາຍ​ກຸ່ມ​ແກ້ງ​ມາ​​ເຟຍ​ຫລາຍ​ກວ່າ 3.600 ກຸ່ມ​ໃນ​ໄລຍະ 3 ປີຜ່ານມາ ສູງ​ກວ່າ​ໄລຍະ 10 ປີ​ກ່ອນ​ໜ້າ​ເຖິງ 1,3 ​ເທົ່າ.

ຂະນະ​ດຽວ​ກັນ ສະຖິຕິ​ຈາກ​ທາງ​ການ​ຈີນ​ເປີດ​ເຜີຍ​ວ່າ: ຈີນ​ຍັງ​​ແກ້​ໄຂ​ຄະດີ​ອີກ 89.742 ຄະດີ ​ເຊິ່ງກ່ຽວ​ພັນ​ກັບ​ການ​ທຸ​ຈະລິດ​ທີ່​ເຊື່ອມ​ໂຍງ​ເຖິງ​ແກ້ງ​ອາ​ຊະ​ຍາ​ກຳ ​ແລະ ກຳລັງ​ຜູ້​ກະທຳ​ຜິດ ທີ່​ໃຫ້ການ​ຊ່ວຍ​ເຫລືອ​ກຸ່ມ​ແກ້ງ​ເຫລົ່ານັ້ນນຳ.

ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ - Visit Laos Visit SALANA BOUTIQUE HOTEL - ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ
ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ - Visit Laos Visit SALANA BOUTIQUE HOTEL - ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ

ສານ​ຈີນ​ແກ້​ໄຂ​ຄະດີ​ທີ່​ກ່ຽວຂ້ອງ​ກັບ​ແກ້ງ​ອາ​ຊະ​ຍາ​ກຳ 32.943 ຄະດີ​ໃນ​ໄລຍະ 3 ປີຜ່ານມາ ​ເຊື່ອມ​ໂຍງ​ເຖິງ​ຜູ້​ຕ້ອງ​ສົງ​ໄສ​ຫລາຍ​ກວ່າ 220.000 ຄົນ ​ໂດຍ​ຈຳ​ເລີຍ 53.405 ຄົນ​ໄດ້​ຮັບ​ໂທດ​ຕິດ​ຄຸກ​ຢ່າງ​ໜ້ອຍ 5 ປີ​ຈົນ​ເຖິງ​ປະຫານ​ຊີວິດ.

ທັງ​ນີ້, ຈີນ​ທຸ້ມ​ເທ​ຄວາມ​ພະຍາຍາມ​ຕໍ່ສູ້​ກັບ​ແກ້ງ​ອາ​ຊະ​ຍາ​ກຳ​ດ້ວຍ​ມາດ​ຕະການ​ຫລາກ​ຫລາຍ ​ເຊິ່ງລວມທັງ​ການ​ກຳນົດ​ນະ​ໂຍບາຍທາງ​ກົດໝາຍ ​ແລະ ການຈັດຕັ້ງ​ແພກຟອມຮ້ອງ​ຮຽນ ນັບ​ແຕ່​ເປີດຕົວ​ໂຄງການ​ປຸກລະດົມ​ປາບ​ປາມ​ແກ້ງ​ອາ​ຊະ​ຍາ​ກຳ​ແບບ​ຕັ້ງ​ເປົ້າ​ໃນ​ປີ 2018.

ສ່ວນ​ຜົນ​ການ​ສຳ​ຫລວດ​ຈາກ​ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຈີນ​ເມື່ອ​ຊ່ວງ​ເຄິ່ງທຳ​ອິດ​ຂອງ​ປີ 2020 ພົບ​ວ່າ: ຊາວ​ຈີນ 95,1% ​ເພິ່ງ​ພໍ​ໃຈ​ຕໍ່​ຜົນ​ໄດ້​ຮັບ​ຂອງ​ໂຄງການ​ພິ​ເສດ​ດັ່ງກ່າວ.

ອ້າງ​ອີງ: ສຳນັກ​ຂ່າວ​ຊິນ​ຮົວ

ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ - 4 - ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ
ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ - 5 - ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ
ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ - 3 - ຈີນປາບແກ້ງອາຊະຍາກຳຫລາຍກວ່າ 3.600 ກຸ່ມ ໃນໄລຍະ 3 ປີຜ່ານມາ