ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ

- 02taiwan 2 mobileMasterAt3x - ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ
- kitchen vibe - ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ

ວັນ​ທີ 2 ​ເມສາ, ​ເກີດ​ເຫດ​ລົດ​ໄຟ​ຂະ​ບວນໜຶ່ງ​ທີ່​ບັນທຸກ​ຜູ້​ໂດຍສານ​ປະມານ 350 ຄົນ ຕຳ​ກັບ​ລົດ​ສ້ອມ​ແປງ​ອຸ​ໂມງ​ຈົນ​ຕົກ​ລາງ ຂະນະ​ກຳລັງ​ແລ່ນ​ຜ່ານ​ອຸ​ໂມງ​ຢູ່​ເມືອງ​ຮົວຫລຽນ​ຂອງ​ໄຕ້​ຫວັນ. ສຳນັກ​ຂ່າວ Reuters ລາຍ​ງານ​ເບື້ອງຕົ້ນມີ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 36 ຄົນ, ​ໄດ້​ຮັບ​ບາດ​ເຈັບ​ອີກຫລາຍ​ກວ່າ 72 ຄົນ ຖື​ເປັນ​ອຸປະຕິ​ເຫດ​ລົດ​ໄຟ​ຕົກ​ລາງ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ 3 ທົດ​ສະ​ວັດ.

ພາບ​ຈາກ​ວິ​ດີ​ໂອ​ທີ່​ໄດ້​ຮັບ​ການ​ບັນທຶກ​ໄວ້ ​ເຜີຍ​​​ໃຫ້​ເຫັນ​ລົດ​ສ້ອມ​ແປງ​ອຸ​ໂມງ​ທີ່​ຕົກລົງ​ມາ​ກີດຂວາງ​ເສັ້ນທາງ​ແລ່ນ​ຂອງ​ລົດ​ໄຟ​ຂະ​ບວນດັ່ງກ່າວ ​ເປັນ​ເຫດ​ໃຫ້​ເກີດ​ຄວາມ​ສູນ​ເສຍ​ຄັ້ງ​ໃຫຍ່​ຕາມ​ມາ ​ໂດຍ​ທາງ​ການຈະ​ເລັ່ງສືບສວນ ​ແລະ ຫາ​ຂໍ້​ມູນ​ເພີ່ມ​ຕື່ມ.

- Visit Laos Visit SALANA BOUTIQUE HOTEL - ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ
- Visit Laos Visit SALANA BOUTIQUE HOTEL - ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ

ອ້າງ​ອີງ:

https://www.reuters.com/…/taiwan-train-derails-at-least…

https://www.nytimes.com/…/asia/taiwan-train-derails.html

https://edition.cnn.com/…/taiwan-train…/index.html

- 4 - ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ
- 5 - ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ
- 3 - ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ