ໂຄງການເຈລະຈາຈັບຄູ່ທຸລະກິດອອນລາຍ ໄທ-ລາວ ຂະຫຍາຍການຄ້າຊຸກຍູ້ທຸລະກິດແຟນຊາຍ

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດຢູ່ລາວ ຈັດໂຄງການເຈລະຈາຈັບຄູ່ທຸລະກິດອອນລາຍ ໄທ-ລາວ ເພື່ອສ້າງເຄືອຂ່າຍຂະຫຍາຍການຄ້າລະຫວ່າງຜູ້ປະກອບການ SME ຂອງໄທ ກັບຜູ້ຈັດຈຳໜ່າຍໃນລາວ ໃນການສ້າງໂອກາດຂອງທຸລະກິດເພື່ອຜ່າວິກິດສະຖານະການໃນປັດຈຸບັນ ລວມທັງເປັນການເປີດໂອກາດໃຫ້ຜູ້ປະກອບການສາມາດຂະຫຍາຍທຸລະກິດຜ່ານແພກຟອມອອນລາຍ.
ໂດຍໃນປີນີ້ ທາງໂຄງການເນັ້ນໃສ່ກຸ່ມສິນຄ້າອາຫານ ແລະ ເຄື່ອງດື່ມ, ທຸລະກິດແຟນຊາຍ, ສິນຄ້າກະສິກຳ Smart Farmer, ສິນຄ້າສຸຂະພາບ ແລະ ຄວາມງາມ.
ເຊັ່ນ: ແຟນຊາຍທີ່ໄດ້ຮັບຄວາມນິຍົມໃນໄທ “Soliq” ກັບທຸລະກິດແນວຄິດໃໝ່ “ເຂົ້າໜົມດື່ມໄດ້” ທີ່ຈະມາເປີດເຄັດລັບສູດເດັດ ການສ້າງທຸລະກິດຍີ່ຫໍ້ຈາກເຂົ້າໜົມຂອງໄທ ສູ່ການສົ່ງອອກຈົນເປັນທຸລະກິດແຟນຊາຍ ຜົນງານຈາກພໍ່ຄົວເຂົ້າໜົມຫວານທີມຊາດ ທີ່ເຮັດເຄື່ອງດື່ມໂດຍໃຊ້ວັດຖຸດິບໃນການເຮັດເບເກີຣີທັງໝົດອອກແບບເປັນ ເຂົ້າໜົມດື່ມໄດ້ ໂດຍສາມາດຕິດຕາມວິດີໂອ ແລະ ເບື້ອງຫລັງກົນລະຍຸດທີ່ເຮັດໃຫ້ຍີ່ຫໍ້ນີ້ກາຍເປັນກະແສ ແລະ ເປັນຈຸດສົນໃຈ ໄດ້ທີ່: https://www.youtube.com/watch?v=IesSO7THj8c
ສຳລັບຜູ້ປະກອບການທີ່ຕ້ອງການສະໝັກເຂົ້າຮ່ວມໂຄງການ ສາມາດສະໝັກໄດ້ທີ່ www.businesstradingcenter.com ນັບແຕ່ມື້ນີ້ເປັນຕົ້ນໄປ ແລະ ຕິດຕໍ່ປະສານຂໍລາຍລະອຽດເພີ່ມຕື່ມໄດ້ທີ່ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດຢູ່ລາວ.