ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ

ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ - 178187863 1776423992538394 8162445251342031508 n - ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ
ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ - kitchen vibe - ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ

ວັນທີ 27 ເມສາ 2021, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ທ່ານ ພົຈວ ສຸໄກ ພິມມະສານ ຫົວໜ້າກອງບັນຊາການທະຫານແຂວງ, ທ່ານ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ຄະນະກໍາມະການສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຈໍາປາສັກ ໄດ້ລົງເຄື່ອນໄຫວ ສຳຫຼວດເບິ່ງສະຖານທີ່ ຈະນຳໃຊ້ເປັນໂຮງຫມໍສະໜາມ ເພື່ອເປັນໂຮງຫມໍ ສໍາຮອງ ຫາກມີການລະບາດພະຍາດ ຢ່າງຮ້າຍແຮງ. ພາຍຫຼັງ ແຂວງ ຈໍາປາສັກ ໄດ້ມີຜູ້ຕິດເຊື້ອພຽງວັນດຽວ ໃນວັນວັນທີ 26 ເມສາ 2021 ຜ່ານມານີ້ ເຖິງ 54 ຄົນ ລວມ 78 ຄົນແລ້ວທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ ແຂວງຈໍາປາສັກ ແລະ ຄາດວ່າ ຍັງຈະມີຈໍານວນຜູ້ຕິດເຊື້ອດັ່ງກ່າວເພີ່ມອີກ. ເພື່ອຮອງຮັບສະຖານະການດັ່ງກ່າວນັ້ນ, ຄະນະຊີ້ນຳ, ຄະນະສະເພາະກິດ ໄດ້ຄົ້ນຄວ້າ ແລະໄດ້ເລັງເຫັນຢູ່ສອງຈຸດທີ່ເຫັນວ່າມີຄວາມເໜາະສົມ ຄື: ຈຸດທີ 1 ແມ່ນ: ອາຄານຫໍພັກນັກສຶກສາ ວິທະຍາໄລ ການເງິນພາກໃຕ້ ທີ່ສາມາດຮອງຮັບ ຜູ້ຕິດເຊື້ອໄດ້ 400 ຫາ 480 ຄົນ. ແລະຈຸດທີ 2 ແມ່ນ: ອາຄານ ເຈົ້າໜ້າທີ່ ແລະ ຄ້າຍຄຸມຂັງ ທັນສະໄໝ ເຊິ່ງເປັນໂຄງການກໍ່ສ້າງລະບົບຄ້າຍຄຸມຂັງທັນສະໄໝ ຈັດຕັ້ງປະຕິບັດ ໄລຍະທີ I ເລີ່ມກໍ່ສ້າງຕັ້ງແຕ່ເດືອນ 02 ປີ 2019 ຈົນຮອດປະຈຸບັນ ຄວາມຄືບໜ້າ ແມ່ນສໍາເລັດ 96.18%; ສາມາດ ຮອງຮັບຜູ້ຕິດເຊື້ອ ແລະ ແພດປິ່ນປົວ ໄດ້ 1000-2000 ຄົນ; ມີ ລະບົບສິ່ງອຳນວຍຄວາມສະດວກເຫມາະສົມ ແລະ ສອດຄ່ອງຕາມຫລັກການແຍກປ່ຽວມາດຕະການດ້ານສາທາລະນະສຸກ . ເຊິ່ງອົງການປົກຄອງແຂວງຈໍາປາສັກຈະໄດ້ສືບຕໍ່ປະສານກັບກະຊວງກ່ຽວຂ້ອງ ແລະ ບໍລິສັດຮັບເຫມົາກໍ່ສ້າງ ເພື່ອຂໍອະນຸຍາດນໍາໃຊ້ ແລະ ເລັ່ງປັບປຸງບາງຈຸດທີ່ຍັງບໍ່ທັນສຳເລັດ ໃຫ້ສາມາດນຳໃຊ້ເພື່ອເປັນສະຖານທີ່ສໍາຮອງ ຂອງແຂວງ ໃນກໍລະນີມີການລະບາດພະຍາດ ຢ່າງຮ້າຍແຮງ.

ຂ່າວ: ທັດຊະນະ.

ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ - Visit Laos Visit SALANA BOUTIQUE HOTEL - ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ

Champasak RADIO Station

ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ - 4 - ຈຳປາສັກ ອາດຈະນຳໃຊ້ຄ້າຍຄຸມຂັງເປັນໂຮງຫມໍສະໜາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!